leftcenterrightdel
ພິທີຊັກທຸງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ ໄດ້ຈັດຕັ້ງຢ່າງສົມກຽດ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີຊັກທຸງ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ເລື່ອງອາຊຽນໄດ້ຮັບການສ້າງຕັ້ງກ່ອນນີ້ 55 ປີໄດ້ສ້າງປະຖົມປັດໄຈ ເພື່ອໃຫ້ບັນດາປະເທດພ້ອມກັນປະຕິບັດຄວາມມຸ່ງມາດປາດຖະໜາກ່ຽວກັບພາກພື້ນສັນຕິພາບ, ສະຖຽນລະພາບຍາວນານ ແລະພັດທະນາແບບຍືນຍົງ ແລະກວມລວມ. ບັນດາປະເທດສະມາຊິກອາຊຽນສາມາດເອກອ້າງທະນົງໃຈຕໍ່ຜົນງານທີ່ບັນລຸໄດ້ໃນການຫັນເປົ້າໝາຍອັນສູງສົ່ງນັ້ນປະກົດຜົນເປັນຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນອາຊີຕາເວັນອອກສ່ຽງໃຕ້ເກືອບ 700 ລ້ານຄົນ. ເພື່ອປະສົບຜົນສໍາເລັດໃນຄວາມມານະພະຍາຍາມປະຕິບັດບັນລຸເປົ້າໝາຍ ແລະວິໄສທັດຂອງອາຊຽນ, ປະຊາຄົມອາຊຽນຄວນເພີ່ມທະວີຄວາມມານະພະຍາຍາມປັບປຸງສ້າງພື້ນຖານອາຊຽນ, ຊຸກຍູ້ການຟື້ນຟູຫຼັງໂລກລະບາດຢ່າງວ່ອງໄວ, ຍືນຍົງ ແລະຮອບດ້ານ ແລະພັດທະນາວິໄສທັດຫຼັງປີ 2025 ໃຫ້ໄລຍະພັດທະນາຕໍ່ໄປຂອງປະຊາຄົມ

ໂດຍໄດ້ກາຍເປັນທຳນຽມຂອງບັນດາປະເທດສະມາຊິກ ອາຊຽນ ເວົ້າສະເພາະ ແລະອາຊຽນ ເວົ້າລວມ, ພິທີຊັກທຸງອາຊຽນ ໄດ້ຈັດຂຶ້ນປະຈຳປີ ເພື່ອເຊີດຊູບັນດາຄຸນຄ່າລວມ ແລະໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສາມັກຄີມິດຕະພາບການຮ່ວມມືຂອງອາຊຽນ.

ໂດຍ: ທະນາພອນ