ກ່າວຄໍາເຫັນທີ່ກອງປະຊຸມ,  ທ່ານ ບຸ່ຍແທັງເຊີນ ເນັ້ນໜັກເຖິງຄວາມສໍາຄັນຂອງການເຈລະຈາ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັບຜິດຊອບ, ພ້ອມທັງຢັ້ງຢືນຄືນໃໝ່ຫຼັກໝັ້ນຫຼັກການຂອງອາຊຽນ ກ່ຽວກັບບັນດາບັນຫາສະພາບສາກົນຄືປັດຈຸບັນ. ທ່ານ ບຸ່ຍແທັງເຊີນ ຮຽກຮ້ອງໃຫ້ບັນດາປະເທດປະກອບສ່ວນກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ປອດໄພ ແລະໝັ້ນຄົງ, ເປີດເຜີຍ ແລະເສລີ; ທຸກຄວາມຂັດແຍ້ງກັນຄວນໄດ້ແກ້ໄຂໂດຍສັນຕິວິທີອີງໃສ່ກົດໝາຍສາກົນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS). ພາບ: baoquocte.vn

ທີ່ກອງປະຊຸມ, ບັນດາລັດຖະມົນຕີ ຖືວ່າ ໂດຍຜັນຂະຫຍາຍຂໍ້ຕົກລົງຂອງກອງປະຊຸມ EAS-16 ເມື່ອເດືອນພະຈິກ 2021, ບັນດາປະເທດ ທັງຍູ້ແຮງການຟື້ນຟູ, ພັດທະນາແບບຍືນຍົງທັງສືບຕໍ່ຍົກສູງຄວາມສາມາດດ້ານການແພດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໃນອະນາຄົດ. ເປີດດ່ານຊາຍແດນ, ຕໍ່ຄືນການແລກປ່ຽນການຄ້າ, ສົ່ງເສີມການລົງທຶນ, ຍົກລະດັບການຮ່ວມສໍາພັນແມ່ນໜ້າທີ່ຕົ້ນຕໍຂອງບັນດາປະເທດໃນປັດຈຸບັນ. ຄຽງຂ້າງນັ້ນ, ບັນດາລັດຖະມົນຕີ ເຫັນດີເປັນເອກະສັນຈະຊຸກຍູ້ການຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງ, ຫັນປ່ຽນດີຈີຕອນ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຕີບໂຕສີຂຽວ ແລະຍືນຍົງ.

ໂດຍ: ທູຈາງ