ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ໊ງ ຢ້ັງຢືນວ່າ ລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາສ້າງທຸກເງື່ອນໄຂສະດວກ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ແກ່ນັກລົງທຶນຕ່າງປະເທດ, ພິຈາລະນາ ແລະແກ້ໄຂຂໍ້ສະເໜີຂອງ Samsung, ໃນນັ້ນມີການກໍ່ສ້າງ, ຍົກສູງຄຸນນະພາບຊັບພະຍາກອນມະນຸດທີ່ຕອບສະໜອງຄວາມຕ້ອງການຂອງວິສາຫະກິດ, ນັກລົງທຶນ.

ທ່ານ ຟ້າມມິງຈີ໊ງ ສະແດງຄວາມປາດຖະໜາວ່າ ຝ່າຍ Samsung ສືບຕໍ່ປະກອບຄໍາເຫັນກ່ຽວກັບລະບອບລະບຽບການ, ກົນໄກ, ນະໂຍບາຍ ແລະເປີດກວ້າງການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດ, ຖືຫວຽດນາມ ແມ່ນສະຖານທີ່ສໍາຄັນ, ເປັນຍຸດທະສາດທ່ົວໂລກຮອບດ້ານກວ່າອີກ ກ່ຽວກັບການຜະລິດ, ຄົ້ນຄວ້າ ແລະພັດທະນາບັນດາຜະລິດຕະພັນຫຼັກ ສົ່ງອອກໄປຍັງຕະຫຼາດສາກົນ; ຄົ້ນຄວ້າເປີດກວ້າງການລົງທຶນໃຫ້ໂຮງງານຜະລິດຢູ່ຫວຽດນາມ. ພ້ອມກັນນັ້ນ, Samsung ສືບຕໍ່ສວມບົດບາດຊັກຈູງ, ຍູ້ແຮງການເຄື່ອນໄຫວໜູນຊ່ວຍການກໍ່ສ້າງ, ເພີ່ມທະວີກໍາລັງຄວາມສາມາດໃຫ້ບັນດາວິສາຫະກິດຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Roh Tae-moon ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ Samsung Electronics (ສ.ເກົາຫຼີ). ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Roh Tae-moon ໃຫ້ຮູ້ວ່າ Samsung ຄາດຄະເນຈະໜູນຊ່ວຍຍົກສູງກໍາລັງຄວາມສາມາດແກ່ງແຍ້ງໃຫ້ 50 ບໍລິສັດສະໜອງຂອງ Samsung ຢູ່ຫວຽດນາມ ຜ່ານການພັດທະນາໂຮງງານອັດສະລິຍະ; ຍູ້ແຮງການຮ່ວມມືກັບບັນດາມະຫາວິທະຍາໄລ, ຮາກຖານຄົ້ນຄວ້າຂອງຫວຽດນາມ; ສະເໜີຝ່າຍຫວຽດນາມ ສືບຕໍ່ເອົາໃຈໃສ່ກໍ່ສ້າງ, ຍົກສູງຄຸນນະພາບຊັບພະຍາກອນມະນຸດໃຫ້ແກ່ວິສາຫະກິດ.

ໂດຍ: ທູຈາງ