ທີ່ກອງປະຊຸມ, ສະພາແຂ່ງຂັນ-ຍ້ອງຍໍສູນກາງ ໄດ້ຮັບຟັງບົດລາຍງານ, ປຶກສາຫາລື, ປະກອບຄຳເຫັນ ແລະລົງຄະແນນສຽງໄວ້ວາງໃຈ ເພື່ອສືບຕໍ່ສະເໜີຂັ້ນທີ່ກ່ຽວຂ້ອງມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ໝູ່ຄະນະ, ບຸກຄົນຈຳນວນໜຶ່ງທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ. ພ້ອມກັນນັ້ນ, ສະພາ ໄດ້ກຳນົດທິດບາງເນື້ອໃນວຽກງານໃນໄລຍະຈະມາເຖິງ, ໃນນັ້ນມີການຕີລາຄາການປະເມີນຜົນຂະບວນການແຂ່ງຂັນ “ທົ່ວປະເທດສາມັກຄີ, ຮ່ວມແຮງຮ່ວມໃຈແຂ່ງຂັນປ້ອງກັນ, ຕ້ານ ແລະເອົາຊະນະພະຍາດໂຄວິດ-19”.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມ. ພາບ: ເຍິດບັ໊ກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ເນ້ັນໜັກວ່າ ການສະເໜີມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ບໍ່ພຽງແຕ່ເພື່ອແນໃສ່ເຊີດຊູຄຸນງາມຄວາມດີ, ສ້າງກຳລັງໜູນໃຫ້ໝູ່ຄະນະ, ບຸກຄົນເທົ່ານັ້ນ ຫາກຍັງສົ່ງຜົນກະທົບເປັນແຮງບັນດານໃຈໃຫ້ແກ່ການແຜ່ຂະຫຍາຍຄຸນຄ່າໃນບັນດາກຳລັງປະກອບອາວຸດເວົ້າສະເພາະ ແລະປະເທດເວົ້າລວມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຮັບປະກັນວຽກງານແຂ່ງຂັນ-ຍ້ອງຍໍ ຢ່າງຖືກຕ້ອງຊັດເຈນ, ພາວະວິໄສ, ກະຈ່າງແຈ້ງ, ປະຊາທິປະໄຕ, ເປີດເຜີຍ ເພື່ອສ້າງກຳລັງໜູນໃຫ້ແຕ່ລະບຸກຄົນ, ໝູ່ຄະນະ ສູ້ຊົນ, ຮັບໃຊ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ພ້ອມທັງປະກອບສ່ວນປ້ອງກັນ, ຕ້ານໄພຫຍໍ້ທໍ້ໃນການຄັດເລືອກແຂ່ງຂັນ-ຍ້ອງຍໍ.

ໂດຍ: ຄຳສີ