leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ. ພາບ: ຫງວຽນຮົ່ງ

ທີ່ການພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ, ລັດຖະມົນຕີທັງສອງທ່ານລ້ວນແຕ່ເຫັນດີເປັນເອກະພາບສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດຮັບໃຊ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ, ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ ແລະການລົງທຶນຢ່າງບໍ່ຢຸດຢັ້ງ; ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ ໃຫ້ເປັນຢ່າງດີ, ໃນນັ້ນການເຄື່ອນໄຫວຕົ້ນຕໍແມ່ນສຸມໃສ່ພິທີສະເຫຼີມສະຫຼອງສອງເຫດການສໍາຄັນນີ້ຢູ່ນະຄອນຫຼວງສອງປະເທດໃນວັນທີ 18 ກໍລະກົດ ປີ 2022. ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ພົບປະກັບທ່ານ Don Pramudwinai ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດໄທ. ພາບ: ຫງວຽນຮົ່ງ

ທີ່ການພົບປະກັບທ່ານ Don Pramudwinai ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດໄທ, ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍສົມທົບກັນຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023; ຊຸກຍູ້ການເຕີບໂຕການຄ້າຕາມທິດເທົ່າທຽມກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບັນລຸເປົ້າໝາຍການຄ້າສອງຝ່າຍໃຫ້ໄດ້ 25 ຕື້ໂດລາສະຫະລັດ ໂດຍໄວ. ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນການຢ້ຽມຢາມຂັ້ນສູງ ແລະຜັນຂະຫຍາຍກົນໄກຮ່ວມມືຕ່າງໆໃນໄລຍະຈະມາເຖິງ, ເປີດສາຍການບິນໃໝ່ເພື່ອແນໃສ່ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການທ່ອງທ່ຽວ ແລະການພົບປະແລກປ່ຽນການຄ້າລະຫວ່າງສອງປະເທດ. ລັດຖະມົນຕີສອງທ່ານກໍ່ແລກປ່ຽນບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ພົບປະກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແລະຮ່ວມມືສາກົນກໍາປູເຈຍ. ພາບ: ຫງວຽນຮົ່ງ

ທີ່ການພົບປະກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແລະຮ່ວມມືສາກົນກໍາປູເຈຍ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນກະກຽມໃຫ້ແກ່ການຢ້ຽມຢາມຂັ້ນສູງໃຫ້ເປັນຢ່າງດີ; ສືບຕໍ່ຮັກສາການພົວພັນຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ-ການລົງທຶນ, ການສຶກສາ-ກໍ່ສ້າງໃຫ້ເປັນຢ່າງດີ; ສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງທີ່ຍັງເຫຼືອໃນຂອບເຂດ “ປີມິດຕະພາບຫວຽດນາມ-ກໍາປູເຈຍ 2022”. ລັດຖະມົນຕີສອງທ່ານກໍ່ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ຈາງຫງວຽນ