ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ ແລ້ວ, ວັນທີ 4 ກໍລະກົດ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຮ່ວມມືແມ່ນ້ຳຂອງ - ແມ່ນໍ້າລ້ານຊ້າງ (MLC) ຄັ້ງທີ 7 ຢູ່ Bagan, ປະເທດມຽນມາ. 

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn

ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແມ່ນພື້ນຖານການຮ່ວມມືອະນຸພາກພື້ນແບບໃໝ່, ໂດຍຈີນ ແລະ 5 ປະເທດແມ່ນ້ຳຂອງ ພ້ອມກັນລິເລີ່ມ ແລະສ້າງຂຶ້ນ, ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືຖານບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງ 6 ປະເທດ ເລິກເຊິ່ງກວ່າອີກ, ຊຸກຍູ້ການພັດທະນາດ້ານເສດຖະກິດ - ສັງຄົມອະນຸພາກພື້ນ; ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາປະເທດໃນພາກພື້ນ; ມີຜົນປະໂຫຍດສຳລັບວິວັດທະນາການຫັນ ອາຊຽນ ແລະພາກພື້ນເປັນອັນໜຶ່ງອັນດຽວ, ປະກອບສ່ວນໃຫ້ການຮ່ວມມືໃຕ້ - ໃຕ້, ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງຂອງ ສປຊ.

ໃນເດືອນມິຖຸນາ ປີ 2021 ຜ່ານມານີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6 ໄດ້ຈັດຕັ້ງແບບທາງໄກ ຍ້ອນຜົນກະທົບຈາກພະຍາດໂຄວິດ - 19.

ໂດຍ: ທະນາພອນ