ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສານສູງສຸດສະຫະລັດຢູ່ Karlsruhe, ກະຊວງຍຸຕິທໍາສະຫະລັດ, ເລຂາທິການໃຫຍ່ເຄືອຂ່າຍຜູ້ພິພາກສາສະໝັກຫຼິ້ນເອີລົບ, ສານອາຍາ Berlin ແລະສະຖານທູດຫວຽດນາມ.

leftcenterrightdel
ທ່ານ ຫງວຽນຮວ່າບິ່ງ ປະທານສານປະຊາຊົນສູງສຸດຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກຢູ່ກະຊວງຍຸຕິທໍາສະຫະລັດເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການເຮັດວຽກ, ຄະນະຜູ້ແທນໄດ້ແລກປ່ຽນ, ຊອກຮູ້ກ່ຽວກັບຮູບແບບຜູ້ພິພາກສາສະໝັກຫຼິ້ນເອີລົບ, ໂຄງປະກອບການຈັດຕັ້ງ ແລະການເຄື່ອນໄຫວຂອງລະບົບສານສະຫະລັດ ແລະລັດ, ຄວາມເອກະລາດຂອງຜູ້ພິພາກສາໃນການພິພາກສາ. ພິເສດ, ຄະນະຜູ້ແທນໄດ້ຮັບຟັງບັນດານັກຊ່ຽວຊານກົດໝາຍເຢຍລະມັນ ບັນລະຍາຍຢ່າງເລິກເຊິ່ງກ່ຽວກັບລະບົບຍຸຕິທໍາຜູ້ບໍ່ທັນເຖິງກະສຽນອາຍຸຂອງເຢຍລະມັນ.

ອີງໃສ່ການຄົ້ນຄວ້າວິທະຍາສາດໃໝ່ທີ່ສຸດ, ລະບົບຍຸຕິທໍາຜູ້ບໍ່ທັນເຖິງກະສຽນອາຍຸຂອງເຢຍລະມັນ ກໍານົດທິດພັດທະນາຕາມທິດໄຕ່ສວນອາຍາຖ້າສາມາດເປັນໄປໄດ້; ຫຼີກຄວາມເຄັ່ງຕຶງໃຫ້ເດັກນ້ອຍຜູ້ລະເມີດກົດໝາຍ... ນອກຈາກນັ້ນ, ຍົກສູງວຽກງານສຶກສາເດັກນ້ອຍບໍ່ທັນເຖິງກະສຽນອາຍຸລະເມີດກົດໝາຍເພື່ອແນໃສ່ຊ່ວຍໃຫ້ເຂົາເຈົ້າບໍ່ລະເມີດກົດໝາຍຄືນໃໝ່ ແລະຜູ້ທີ່ນໍາໃຊ້ກົດໝາຍຕ້ອງມີລະດັບຄວາມຮູ້ພິເສດທີ່ກ່ຽວຂ້ອງເຖິງຜູ້ບໍ່ທັນເຖິງກະສຽນອາຍຸ.

ໂດຍ: ຈາງຫງວຽນ