ວັນທີ 1 ກໍລະກົດ, ທີ່ການພົບປະກັບທ່ານ ຟານຈີແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ, ທ່ານ Supattanapong Punmeechaow ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພະລັງງານໄທ ໄດ້ສະເໜີໃຫ້ສອງຝ່າຍຈັດຕັ້ງເວທີປາໄສພະລັງງານຄັ້ງທີ 2 ຢູ່ໄທ ໃນເດືອນສິງຫາຈະມາເຖິງເພື່ອແນໃສ່ນຳການຮ່ວມມືດ້ານພະລັງງານສອງຝ່າຍກ້າວເຂົ້າສູ່ໄລຍະໃໝ່.

leftcenterrightdel
ທ່ານ Supattanapong Punmeechaow ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພະລັງງານໄທ ພົບປະກັບທ່ານ ຟານຈີແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ. ພາບ: vov.vn

ທ່ານ Supattanapong Punmeechaow ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນບັນດາວິສາຫະກິດໄທ ມາລົງທຶນເຂົ້າຕະຫຼາດພະລັງງານຢູ່ຫວຽດນາມ ຫຼາຍກ່ວາອີກ, ພິເສດແມ່ນພະລັງງານສະອາດ, ພ້ອມທັງແບ່ງປັນບົດຮຽນຂອງໄທ ໃນການພັດທະນາຕະຫຼາດ, ສົ່ງເສີມການລົງທຶນໃນຂົງເຂດພະລັງງານ.

ສ່ວນທ່ານ ຟານຈີແທ່ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນບັນດາໂຄງການລົງທຶນຂອງວິສາຫະກິດໄທ ຢູ່ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາພະລັງງານສະອາດ. ທ່ານເອກອັກຄະລັດຖະທູດ ຖືວ່າ ເວທີປາໄສພະລັງງານໄທ-ຫວຽດນາມ ຄັ້ງທີ 2 ຈະແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບແງ່ຫວັງໃນການຮ່ວມມື, ເຊື່ອມຕໍ່ພະລັງງານລະຫວ່າງສອງປະເທດ, ພ້ອມທັງຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງສອງຝ່າຍຕ້ອງປະເຊີນໜ້າເມື່ອຜັນຂະຫຍາຍບັັນດາໂຄງການ.

ໂດຍ: ຈາງຫງວຽນ