ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຊົມເຊີຍປະຊາຊົນ ຟີລິບປີນ ກ່ຽວກັບບັນດາຜົນງານສຳຄັນທີ່ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນໃນການຄວບຄຸມໂລກລະບາດໂຄວິດ–19, ຮັກສາລະດັບການເຕີບໂຕ GDP ສູງຢູ່ພາກພື້ນ; ທ່ານນາງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການອັນອຸດົມສົມບູນ ພ້ອມກັບຄວາມຕັດສິນໃຈນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ, ໃນໄລຍະດຳລົງຕຳແໜ່ງ, ທ່ານປະທານາທິບໍດີ Marcos ຈະນຳພາ ຟີລິບປີນ ກ້າວໄປສູ່ການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະວັດທະນາຖາວອນ, ຢືນຢັນບົດບາດ ແລະຖານະທີ່ຕັ້ງສຳຄັນຢູ່ພາກພື້ນ ກໍ່ຄືໃນໂລກ.

leftcenterrightdel
ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານ Ferdinand Romualdez Marcos Jr. ປະທານາທິບໍດີ ຟີລິບປີນ. ພາບ: baochinhphu.vn

ທ່ານປະທານາທິບໍດີ Marcos ຂອບອົກຂອບໃຈທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ແລະຄະນະຜູ້ແທນຫວຽດນາມ ທີ່ໄດ້ມາຟີລິບປີນ ເຂົ້າຮ່ວມພິທີສາບານຕົວຂອງຕົນ,  ສະແດງໃຫ້ເຫັນສາຍພົວພັນມິດຕະພາບຢ່າງສະໜິດແໜ້ນ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນ; ຕີລາຄາວ່າ ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມໃນຫຼາຍທົດສະວັດຜ່ານມາ; ເນັ້ນໜັກວ່າ ພ້ອມກັບການພົວພັນດ້ານການເມືອງ-ການທູດ, ສອງຝ່າຍຄວນຍູ້ແຮງບັນດາມາດຕະການສົ່ງເສີມການຄ້າ-ການລົງທຶນ, ໂດຍສະເພາະແມ່ນການຄ້າເຂົ້າສານ ແລະຜະລິດຕະພັນກະເສດອື່ນໆ; ຕີລາຄາສູງ ແລະຢືນຢັນວ່າ ຟີລິບປີນ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສະໜອງເຂົ້າສານຢ່າງເປັນປົກກະຕິ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານປະທານາທິບໍດີ Marcos ຕີລາຄາວ່າ ສະພາບການພາກພື້ນ ແລະສາກົນ ສືບຕໍ່ຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງຫຍໍ້ທໍ້ຕໍ່ພາກພື້ນ ແລະຫຼາຍບັນຫາຕໍ່ປະຊາຊົນ, ຄື: ສະບຽງອາຫານ ແລະພະລັງງານ; ເຫັນດີເປັນເອກະພາບຕໍ່ເລື່ອງຮັກສາການຮ່ວມມືໃນບັນຫາທະເລຕາເວັນອອກເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ.

ໂດຍ: ທະນາພອນ