leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Priti Patel ລັດຖະມົນຕີກະຊວງພາຍໃນອັງກິດ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ບົດບັນທຶກຊ່ວຍຈໍາລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະອົງການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຂອງອັງກິດ ທີ່ໄດ້ແລກປ່ຽນໃນໂອກາດນີ້ຈະເພີ່ມເຕີມໃຫ້ຊ່ອງແລກປ່ຽນແມ່ນມີຄວາມຈຳເປັນໃນວຽກງານປ້ອງກັນ,  ຕ້ານອາດຊະຍາກຳລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນການປ້ອງກັນ, ຕ້ານການຟອກເງິນ, ຕ້ານການອຸປະຖໍາໃຫ້ການກໍ່ການຮ້າຍ ແລະປ້ອງກັນ,  ຕ້ານອາດຊະຍາກຳທີ່ກ່ຽວຂ້ອງ. ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ເອົາໃຈໃສ່ທີ່ສຸດ ແລະມີລາຍການພິຈາລະນາກ່ຽວກັບການປັບປຸງ ແລະເພີ່ມເຕີມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນໃນເດືອນຕຸລາ ຈະມາເຖິງ.

ເນັ້ນໜັກວ່າ ອັງກິດ ເປັນສະມາຊິກທີ່ຕັ້ງໜ້າຂອງກໍາລັງປ້ອງກັນ, ຕ້ານການຟອກເງິນ ແລະເປັນປະເທດທີ່ມີທັດສະນະ, ມີອິດທິພົນໃນຂົງເຂດນີ້, ທ່ານ ເວືອງດິ່ງເຫວ້ ຕີລາຄາສູງເລື່ອງ ອັງກິດ ສະໜອງການເຄື່ອນໄຫວໜູນຊ່ວຍຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການຟອກເງິນ, ຕ້ານການອຸປະຖໍາໃຫ້ແກ່ການກໍ່ການຮ້າຍໃຫ້ຫຼາຍປະເທດ, ໃນນັ້ນມີຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ