ທີ່ການເຮັດວຽກ, ສອງຝ່າຍເຫັນດີເປັນເອກະພາບຖືວ່າ ການພົວພັນຫວຽດນາມ-ອັງກິດ ພວມຢູ່ໃນໄລຍະພັດທະນາອັນດີງາມທີ່ສຸດ ແລະມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເປັນຕົ້ນແມ່ນເມື່ອຫວຽດນາມ ແລະອັງກິດ ກາຍເປັນຄູ່ຮ່ວມມືຍຸດທະສາດ ແລະໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ-ລາຊະອານາຈັກອັງກິດ (UKVFTA) ກໍ່ຄືການສ້າງຕັ້ງກົນໄກຮ່ວມມືຢ່າງມີປະສິດທິຜົນທັງສອງຝ່າຍ ແລະຫຼາຍຝ່າຍ. ການພົວພັນດ້ານການເມືອງ-ການທູດ ລະຫວ່າງສອງປະເທດພັດທະນາອັນດີງາມໃນທຸກຂົງເຂດ. ສອງຝ່າຍເຫັນດີເປັນເອກະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອັງກິດ (1973-2023) ດ້ວຍບັນດາການເຄື່ອນໄຫວແທດຈິງຢູ່ແຕ່ລະປະເທດ, ພ້ອມທັງຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Dominic Raab, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາອັງກິດ. ພາບ: ສຳນັກຂ່າວສານຫວຽດນາມ.

ສຳລັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເນັ້ນໜັກເຖິງຄວາມສໍາຄັນຂອງການເຄົາລົບກົດໝາຍ, ທຸກປະເທດຕ້ອງເຄົາລົບຫຼັກການພື້ນຖານຂອງກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ, ໃນນັ້ນມີຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ບໍ່ນາບຂູ່ ຫຼືນຳໃຊ້ກຳລັງອາວຸດໃນການພົວພັນສາກົນ, ເພີ່ມທະວີການເຈລະຈາ, ບັນດາບັນຫາຢູ່ທະເລຕ້ອງໄດ້ຮັບການແກ້ໄຂບົນພື້ນຖານປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຕໍ່ຈາກນັ້ນ, ຢູ່ສຳນັກງານກະຊວງຍຸຕິທໍາອັງກິດ, ທ່ານ ເວືອງດິ່ງເຫວ້ ໄດ້ເປັນສັກຂີພິຍານພິທີລົງນາມໃນອະນຸສັນຍາວ່າດ້ວຍການລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືສະບັບໃໝ່ ປ່ຽນແທນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດກົດໝາຍ ແລະຍຸຕິທຳລະຫວ່າງລັດຖະບານຫວຽດນາມ ແລະອັງກິດ ທີ່ໄດ້ລົງນາມໃນປີ 2008 ລະຫວ່າງທ່ານ ເລແທັ່ງລອງ ລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ແລະທ່ານ Dominic Raab, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາອັງກິດ.

ໂດຍ: ເຈິ່ນຮວ່ຽນ