ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍເອົາໃຈໃສ່, ສະໜັບສະໜູນ ແລະສ້າງເງື່ອນໄຂໃຫ້ແກ່ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະຍຸຕິທໍາລະຫວ່າງສອງກະຊວງ, ຂະແໜງຍຸຕິທໍາສອງປະເທດ, ຜ່ານນັ້ນປະກອບສ່ວນຢ່າງແທດຈິງໃຫ້ແກ່ການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທໍາຍີ່ປຸ່ນ ທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ແລກປ່ຽນກ່ຽວກັບການຮ່ວມມືດ້ານຍຸຕິທໍາສອງປະເທດໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈີ໊ງ ສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງກໍາລັງຄວາມສາມາດຂອງລະບົບຍຸຕິທໍາໃນການສ້າງ ແລະປັບປຸງລະບອບລະບຽບການ, ກົດໝາຍ; ກໍ່ສ້າງ, ບໍາລຸງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ໃນນັ້ນ ກໍ່ສ້າງຖັນແຖວພະນັກງານ, ຊ່ຽວຊານດ້ານກົດໝາຍ ແລະຍຸຕິທໍາ; ຫັນປ່ຽນດີຈີຕອນໃນຂົງເຂດຍຸຕິທໍາ; ຍົກສູງກໍາລັງຄວາມສາມາດຕໍ່ສູ້ດ້ານກົດໝາຍບົນເວທີສາກົນ, ໂດຍສະເພາະແມ່ນການປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ...

ສ່ວນທ່ານ Furukawa Yoshihisa ຢັ້ງຢືນວ່າ ຍີ່ປຸ່ນ ຈະໜູນຊ່ວຍ ແລະແບ່ງປັນບົດຮຽນກັບຫວຽດນາມ ໃນຫຼາຍຂົງເຂດຢ່າງຕັ້ງໜ້າ, ລະອຽດ, ໂດຍສະເພາະແມ່ນໃນຂົງເຂດຍຸຕິທໍາ, ກໍ່ສ້າງຊັບພະຍາກອນມະນຸດ, ສ້າງ ແລະປັບປຸງລະບອບລະບຽບການ, ກົດໝາຍ, ຫັນປ່ຽນດີຈີຕອນ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ.

ກໍ່ທີ່ການຕ້ອນຮັບ, ສອງຝ່າຍ ໄດ້ແບ່ງປັນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ລັດຖະມົນຕີກະຊວງຍຸຕິທໍາຍີ່ປຸ່ນ ຢັ້ງຢືນວ່າ ຈະສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນ ກ່ຽວກັບການແກ້ໄຂການຂັດແຍ້ງກັນຢູ່ທະເລໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ ຢູ່ທະເລ.

ໂດຍ: ໄຊຊະນະ