ທີ່ການສົນທະນາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນພັກ CPP ທີ່ໄດ້ນໍາພາປະຊາຊົນກໍາປູເຈຍ ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະສໍາຄັນໃນທຸກຂົງເຂດ ໃນຕະຫຼອດ 71 ປີຜ່ານມາ; ອວຍພອນກໍາປູເຈຍ ທີ່ໄດ້ຈັດຕັ້ງສໍາເລັດການເລືອກຕັ້ງສະພາຂັ້ນຕາແສງ ຊຸດທີ V ເຊິ່ງ ພັກ CPP ຍາດໄດ້ໄຊຊະນະ, ຜ່ານນັ້ນອີກເທື່ອໜຶ່ງຢັ້ງຢືນບົດບາດ, ຖານະທີ່ຕັ້ງຂອງພັກ CPP ພາຍໃຕ້ການນໍາພາຂອງທ່ານ ຮຸນແຊນ ປະທານພັກ CPP, ນາຍົກລັດຖະມົນຕີ ກໍາປູເຈຍ ແລະຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນກໍາປູເຈຍ ທີ່ສະຫງວນໃຫ້ພັກ CPP.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ການສົນທະນາທາງໂທລະສັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການປົກຄອງປະເທດອັນສະຫຼາດສ່ອງໃສຂອງພະມະຫາກະສັດ Norodom Sihamoni, ການນໍາພາຂອງສະພາສູງ, ສະພາແຫ່ງຊາດ, ລັດຖະບານກໍາປູເຈຍ ດ້ວຍບົດບາດຫຼັກແຫຼ່ງແກ່ນສານ ແມ່ນ ພັກ CPP ໂດຍທ່ານ ຮຸນແຊນ ປະທານພັກ CPP, ນາຍົກລັດຖະມົນຕີ ເປັນຜູ້ນໍາໜ້າ, ປະຊາຊົນ ກໍາປູເຈຍ ສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ.

ສ່ວນທ່ານ ຮຸນແຊນ ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ສົນທະນາທາງໂທລະສັບອວຍພອນ 71 ປີແຫ່ງວັນສ້າງຕັ້ງພັກ CPP, 55 ປີແຫ່ງວັນສອງປະເທດ ສ້າງຕັ້ງການພົວພັນທາງການທູດ ແລະກໍາປູເຈຍ ຈັດຕັ້ງສໍາເລັດການເລືອກຕັ້ງສະພາຂັ້ນຕາແສງ ຊຸດທີ V, ສະແດງໃຫ້ເຫັນການພົວພັນເລິກເຊິ່ງກວ້າງຂວາງຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ຫວຽດນາມ-ກໍາປູເຈຍ.  ທ່ານນາຍົກລັດຖະມົນຕີ ຮຸນແຊນ ຂອບໃຈຫວຽດນາມ ທີ່ໄດ້ສົມທົບ ແລະໜູນຊ່ວຍກໍາປູເຈຍ ຈັດຕັ້ງສໍາເລັດພິທີສະເຫຼີມສະຫຼອງ 45 ປີ ແຫ່ງ “ເສັ້ນທາງກ້າວໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot” ຂອງ ສົມເດັດ ເຕໂຈ ຮຸນແຊນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານນາຍົກລັດຖະມົນຕີ ຮຸນແຊນ ຍັງໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມື ຫວຽດນາມ-ກໍາປູເຈຍ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ນໍາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ. ການນໍາສອງທ່ານ ເນັ້ນໜັກເຖິງຄວາມໝາຍ, ຄວາມສໍາຄັນຂອງຄວາມສາມັກຄີ, ການຊ່ວຍເຫຼືອອັນໃຫຍ່ຫຼວງ ເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ກໍາປູເຈຍ, ພ້ອມທັງຢັ້ງຢືນວ່າ ຈະພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ ແລະເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນຮ່ວມມືຕາມທິດທາງ ເຊິ່ງ ສອງຝ່າຍ ໄດ້ວາງອອກ.  

ການນໍາສອງທ່ານ ຕີລາຄາສູງຄວາມໝາຍສໍາຄັນຂອງປີມິດຕະພາບ ຫວຽດນາມ-ກໍາປູເຈຍ 2022. ພິເສດ, ຫວ່າງແລ້ວນີ້, ສອງຝ່າຍ ໄດ້ສົມທົບກັນຈັດຕັ້ງສໍາເລັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງ “ເສັ້ນທາງກ້າວໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot” ຂອງທ່ານນາຍົກລັດຖະມົນຕີ ຮຸນແຊນ ເຊິ່ງໄດ້ຮັບການຕີລາຄາສູງຈາກຫາງສຽງ ປະຊາຊົນທຸກຊັ້ນວັນນະສອງປະເທດ ແລະເພື່ອນມິດສາກົນ.

ໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍັງໄດ້ເຊື້ອເຊີນທ່ານ ຮຸນແຊນ ປະທານພັກ CPP, ນາຍົກລັດຖະມົນຕີກໍາປູເຈຍ ແລະບັນດາການນໍາ ກໍາປູເຈຍ ມາຢ້ຽມຢາມ ສສ ຫວຽດນາມ ໃນໂອກາດທີ່ເໝາະສົມ. ທ່ານນາຍົກລັດຖະມົນຕີ ຮຸນແຊນ ກໍໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາການນໍາ ຫວຽດນາມ ໄປຢ້ຽມຢາມກໍາປູເຈຍ ໃນໂອກາດທີ່ເໝາະສົມ ເຊັ່ນດຽວກັນ.

ໂດຍ: ໄຊຊະນະ