leftcenterrightdel
ທ່ານ ຟ້າມມິງຈິ໊ງ ແລະທ່ານນາງ Men Sam An. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ປາດຖະໜາວ່າ ທ່ານນາງ Men Sam An ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍູ້ແຮງການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງຕິດກັບຊາຍແດນ ກໍ່ຄືການຮ່ວມມືໃນບັນດາບັນຫາສາກົນ ແລະພາກພື້ນ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ກໍາປູເຈຍ ສືບຕໍ່ສ້າງເງື່ອນໄຂໃຫ້ພົນລະເຮືອນ, ວິສາຫະກິດຫວຽດນາມ ແລະປະຊາຄົມຊາວຫວຽດນາມ ດໍາລົງຊີວິດ, ທໍາມາຫາກິນຢູ່ກໍາປູເຈຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ຕ້ອນຮັບທ່ານນາງ Men Sam An. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Men Sam An ຕີລາຄາສູງການພັດທະນາສາຍພົວພັນສອງປະເທດໃນເຄິ່ງກວ່າສະຕະວັດຜ່ານມາ. ທ່ານນາງ Men Sam An ຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບລະຫວ່າງສອງປະເທດ.

ໂດຍ: ໄຊນີດາ