ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງການປະກອບສ່ວນຂອງທ່ານນາງ Robyn Mudie ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ ໃຫ້ພັດທະນາໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ.  ທ່ານພົນເອກ ຟານວັນຢາງ ໄດ້ຂອບໃຈລັດຖະບານ, ປະຊາຊົນອົດສະຕາລີ ໄດ້ໜູນຊ່ວຍຫວຽດນາມ ວັກຊິນກັນພະຍາດໂຄວິດ-19 ກວ່າ 22 ລ້ານໂດສ ແລະກະຊວງປ້ອງກັນປະເທດອົດສະຕາລີ ໄດ້ໃຫ້ຄໍາໝັ້ນສັນຍາໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ມີມຸນຄ່າ 1,5 ລ້ານໂດລາອົດສະຕາລີ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານນາງ Robyn Mudie. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ທ່ານນາງເອກອັກຄະລັດຖະທູດຈະບັນລຸຜົນງານຫຼາຍຢ່າງໃນຖານະຕໍາແໜ່ງໃໝ່ ແລະຍາມໃດກໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ ເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານນາງ Robyn Mudie. ພາບ: qdnd.vn

ສ່ວນທ່ານນາງ Robyn Mudie ກໍ່ຕີລາຄາການເຄື່ອນໄຫວຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ທ່ານນາງ Robyn Mudie ຫວັງວ່າສອງຝ່າຍຈະສືບຕໍ່ໄດ້ມີບັນດາການເຄື່ອນໄຫວພົບປະ ແລະຮ່ວມມືໂດຍກົງໃນສະພາບພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ.

ໂດຍ: ໄຊນີດາ