ກ່າວຄຳເຫັນທີ່ພິທີ, ທ່ານ ຟານວັນມາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ໄປພ້ອມກັບການພັດທະນາຂອງການພົວພັນລະດັບຊາດລະຫວ່າງຫວຽດນາມ ແລະ ກຳປູເຈຍ, ນະຄອນໂຮ່ຈີມິນ ໄດ້ມານະພະຍາຍາມປະຕິບັດແຜນນະໂຍບາຍຂອງການນຳສອງປະເທດ ປະກອບສ່ວນສຳຄັນຊຸກຍູ້ການພົວພັນສອງຝ່າຍຜ່າການເຄື່ອນໄຫວຮ່ວມມືຢ່າງລະອຽດກັບທ້ອງຖິ່ນຕ່າງໆຂອງກຳປູເຈຍ. ໄລ່ມາຮອດເດືອນ ຕຸລາ ປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງນະຄອນໂຮ່ຈີມິນ ແລະ ກຳປູເຈຍ ບັນລຸກວ່າ 230 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

leftcenterrightdel
ທ່ານ ຟານວັນມາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ. ພາບ: vovworld.vn

ທ່ານ Sok Dareth ຫົວໜ້າສະຖານກົງສູນໃຫຍ່ແຫ່ງລາຊະອານາຈັກກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນຢັ້ງຢືນວ່າ: ດ້ວຍທຸກວິທີພວກເຮົາຕ້ອງພ້ອມກັນປົກປ້ອງນ້ຳໃຈມິດຕະພາບ, ເພີ່ມທະວີຄວາມສາມັກຄີອ້າຍນ້ອງ ແລະການພົວພັນທີ່ເປັນມູນເຊື້ອອັນດີງາມ ແລະຫວ່າງສອງຝ່າຍໃຫ້ຂຽວສົດງົດງາມ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ສະຖານກົງສູນໃຫຍ່ກຳປູເຈຍ ຍາມໃດກໍ່ປະກອບສ່ວນສ້າງສາ, ປົກປັກຮັກສາເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືຢ່າງດີງາມລະຫວ່າງສອງປະເທດ ເວົ້າລວມ ແລະລະຫວ່າງນະຄອນຫຼວງພະນົມເປັນ ແລະນະຄອນໂຮ່ຈີມິນ ເວົ້າສະເພາະຢ່າງສຸດໃຈ, ກໍ່ຄືກັບອົງການ, ຄະນະ, ຂະແໜງການຂອງນະຄອນ ໃຫ້ນັບມື້ນັບເລິກເຊິ່ງ ແລະແທດຈິງ, ເພື່ອຜົນປະໂຫຍດລວມຂອງສອງປະເທດ, ສອງຊາດພວກເຮົາ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ