ຫວຽດນາມ ແລະບຣູໄນ ສູ້ຊົນເພື່ອໃຫ້ວົງເງິນການຄ້າບັນລຸ 500 ລ້ານໂດລາສະຫະລັດ ໃນປີ 2025
ກປ.ອອນໄລ - ຕອນເຊົ້າວັນທີ 17 ພຶດສະພາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Pengiran Haji Sahari bin Pengiran Haji Salleh ເອກອັກຄະລັດຖະທູດບຣູໄນ ເຂົ້າຢ້ຽມອໍາລາສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ຢູ່ທີນີ້, ທ່ານປະທານປະເທດ ສະເໜີສອງຝ່າຍສູ້ຊົນເພື່ອໃຫ້ວົງເງິນການຄ້າບັນລຸ 500 ລ້ານໂດລາສະຫະລັດໃນປີ 2025 ຕາມທິດສົມສ່ວນກັນກວ່າ; ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາການເຄື່ອນໄຫວຂອງວິສາຫະກິດຫວຽດນາມ ຢູ່ບຣູໄນ, ເພີ່ມຈໍານວນທຶນສຶກສາຂອງລັດຖະບານບຣູໄນ ໃຫ້ນັກສຶກສາຫວຽດນາມ.
    |
 |
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Pengiran Haji Sahari bin Pengiran Haji Salleh ເອກອັກຄະລັດຖະທູດບຣູໄນ. ພາບ: Vov.vn |
ທ່ານປະທານປະເທດ ປາດຖະໜາວ່າສອງປະເທດສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນທີ່ອາຊຽນ, ສປຊ, ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC)...
    |
 |
ທ່ານເອກອັກຄະລັດຖະທູດ ອວຍພອນຫວຽດນາມ ຈັດຕັ້ງພິທີໄຂຊີເກມ 31 ສໍາເລັດຜົນ. ພາບ: Vov.vn |
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ສະເໜີສອງຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນກວ່າ, ພ້ອມກັບອາຊຽນ ຮັກສາຄວາມສາມັກຄີ ແລະທັດສະນະລວມ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ; ຊຸກຍູ້ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ປຶກສາກົດສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລຂອງ ສປຊ (UNCLOS 1982). ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າເຖິງວ່າຢູ່ຖານະຕໍາແໜ່ງໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດກໍ່ຊຸກຍູ້ການພົວພັນຫວຽດນາມ-ບຣູໄນ ຕະຫຼອດໄປ.
ໂດຍ: ໄຊນີດາ