ກ່ອນນັ້ນ, ວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ. ທີ່ການພົບປະ, ທ່ານ ພັນຄຳ ວິພາວັນ ອວຍພອນບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດ, ສະພາແຫ່ງຊາດ ແລະລັດຖະບານຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງທ່ານເຫັນດີເປັນເອກະພາບຄວນສືບຕໍ່ມານະພະຍາຍາມຊອກຫາບັນດາມາດຕະການບຸກທະລຸເພື່ອແນໃສ່ຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ເປັນເສົາຄໍ້າຢ່າງແທດຈິງໃນການພົວພັນສອງປະເທດ, ສົມກັບການພົວພັນແບບພິເສດຫວຽດນາມ-ລາວ; ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ; ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມືພັດທະນາກະສິກໍາສະອາດ, ນໍາໃຊ້ເຕັກໂນໂລຢີສູງ; ສືບຕໍ່ເອົາໃຈໃສ່, ມີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ວິສາຫະກິດ ແລະບັນດາໂຄງການຮ່ວມມືສໍາຄັນລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍກໍ່ຢັ້ງຢືນສືບຕໍ່ສົມທົບກັນຊຸກຍູ້ການຮ່ວມມືໃນບັນດາຂົງເຂດສໍາຄັນຕ່າງໆ ຄື ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊາຍແດນ, ການສຶກສາ-ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ; ພ້ອມທັງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ ສປຊ, ອາຊຽນ ແລະບັນດາກົນໄກຮ່ວມມືອານຸພາກພື້ນ, ທັງໃນຊ່ອງລັດຖະບານ ແລະຊ່ອງລັດຖະສະພາ.

ໃນວັນດຽວກັນ, ທ່ານ ເວືອງດີ່ງເຫວ້ ໄດ້ຕ້ອນຮັບທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານລາວ, ທັງເປັນປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຈໍາປາສັກ.

ໂດຍ: ຈາງຫງວຽນ