ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ແລະໄວ້ເນື້ອເຊື່ອໃຈ, ສອງປະເທດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນທິດທາງ ແລະມາດຕະການຕ່າງໆເພື່ອແນໃສ່ສືບຕໍ່ນໍາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກໍ່ຄືການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ເຂົ້າສູ່ລວງເລິກ, ພ້ອມທັງແລກປ່ຽນຄໍາຄິດເຫັນກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະການຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດທີ່ເວທີປາໄສຫຼາຍຝ່າຍ.

ທ່ານປະທານສະພາແຫ່ງຊາດລາວ ຊົມເຊີຍ ແລະຕີລາຄາສູງຄວາມໝາຍການຢ້ຽມຢາມຂອງທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ - ການຢ້ຽມຢາມທາງການຄັ້ງທຳອິດຂອງການນໍາຫຼັກແຫຼ່ງຂອງຫວຽດນາມ ເຖິງ ສປປ ລາວ ໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ປະທານສະພາແຫ່ງຊາດສອງທ່ານ ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ແລະສອງສະພາແຫ່ງຊາດ. ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງຍ້ອນພະຍາດໂຄວິດ-19 ໃນໄລຍະຜ່ານມາ, ສອງຝ່າຍໄດ້ມີຄວາມມານະພະຍາຍາມຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະບັນດາກົນໄກຮ່ວມມືສອງຝ່າຍເປັນປະຈໍາ, ໃນນັ້ນມີການເຄື່ອນໄຫວແລກປ່ຽນ ແລະຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ.

ສອງຝ່າຍເຫັນດີສົມທົບກັນຜັນຂະຫຍາຍຂໍ້ຕົກລົງ ແລະຜົນການຢ້ຽມຢາມຂັ້ນສູງຫວ່າງມໍ່ໆມານີ້ ຢ່າງເຂັ້ມງວດ, ມີປະສິດທິຜົນ, ໃນນັ້ນມີຂໍ້ຕົກລົງຍຸດທະສາດວ່າດ້ວຍການຮ່ວມມືຫວຽດນາມ-ລາວ ໄລຍະ 2021-2030 ແລະສັນຍາວ່າດ້ວຍການຮ່ວມມືສອງຝ່າຍຫວຽດນາມ-ລາວ ໄລຍະ 2021-2025; ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປົກກະຕິ ແລະເສີມຂະຫຍາຍກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ສົມທົບກັນຈັດຕັ້ງບັນດາກິດຈະກຳທີ່ມີຄວາມໝາຍໃນຂອບເຂດ “ປີສະມັກຄີມິດຕະພາບ” ຂໍ່ານັບຮັບຕ້ອນວັນບຸນໃຫຍ່ລະຫວ່າງສອງປະເທດໃນປີ 2022.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບຮັກສາມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນແມ່ນໍ້າຂອງ, ໃນນັ້ນມີບັນດາເວທີປາໄສລະຫວ່າງລັດຖະສະພາ ຄື, ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ (AIPA), ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF)...

ທ່ານ ເວືອງດີ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະສະໜັບສະໜູນ, ໜູນຊ່ວຍລາວ ກະກຽມ ແລະດໍາລົງຕໍາແໜ່ງປະທານ AIPA ຄັ້ງທີ 45 ໃນປີ 2024 ສຳເລັດຜົນ.

ພາຍຫຼັງການພົບປະເຈລະຈາ, ທ່ານ ເວືອງດີ່ງເຫວ້ ແລະທ່ານ ໄຊສົມພອນ ພົມວິຫານ ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ ໄລຍະ 2022-2026; ເປັນສັກຂີພິຍານພິທີເຊັນຂໍ້ຕົກລົງ ແລະການແລກປ່ຽນບັນດາເອກະສານຮ່ວມມືຕ່າງໆ ຈໍານວນ 4 ສະບັບຄື : ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາຊົນເຜ່ົາຫວຽດນາມ ແລະກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດລາວ; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຫ້ອງວ່າການສະພາແຫ່ງຊາດລາວ; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຄະນະກໍາມະການຊົນເຜົ່າລັດຖະບານຫວຽດນາມ ແລະແນວລາວສ້າງຊາດ; ພິທີເຊັນບົດບັນທຶກການເຮັດວຽກກ່ຽວກັບການຊື້ໄຟຟ້າຂອງລາວ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ມອບຄອມພິວເຕີ, ກ້ອງຖ່າຍຮູບ, ໂປເຈັກເຕີໃຫ້ກອງເລຂາສະພາແຫ່ງຊາດລາວ; ແລະມອບຄອມພິວເຕີ, ປຶ້ມພາສາຫວຽດນາມ, ບາງວັດຖຸອຸປະກອນທີ່ມີມູນຄ່າ 5 ຕື້ດົ່ງໃຫ້ໂຮງຮຽນກິນນອນແຂວງຈໍາປາສັກ, ໂຮງຮຽນມິດຕະພາບ ແລະສະມາຄົມຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ລາວ.

ສິ້ນສຸດການພົບປະເຈລະຈາ, ປະທານສະພາແຫ່ງຊາດສອງທ່ານ ໄດ້ປູກຕົ້ນໄມ້ທີ່ລະນຶກໃນບໍລິເວນຫໍສະພາແຫ່ງຊາດລາວ.

ໂດຍ: ໄຊນີດາ