ຊົມເຊີຍຜົນງານຕ່າງໆເຊິ່ງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງທ໊າຍບິ່ງ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານ ຟ້າມມິງຈິ໊ງ ປາດຖະໜາວ່າໃນໄລຍະຈະມາເຖິງ, ແຂວງທ໊າຍບິ່ງ ໄດ້ມີການກະໂດດຂັ້ນ, ຮອບດ້ານ, ຍືນຍົງກວ່າອີກ; ສູ້ຊົນຍົກລະດັບລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ສູງກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເຮັດວຽກກັບຄະນະປະຈໍາພັກແຂວງທ໊າຍບິ່ງ. ພາບ: congthuong.vn

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງທ໊າຍບິ່ງ ຕ້ອງຕ້ັງໜ້າ, ເປັນເຈົ້າການກວ່າອີກ, “ກ້າວຂຶ້ນດ້ວຍແຫຼ່ງກໍາລັງພາຍໃນ, ໂດຍແມ່ນຄົນ, ມູນເຊື້ອ, ປະຫວັດສາດວັດທະນະທໍາ; ຖືເປັນສໍາຄັນຈາກແຫຼ່ງກຳລັງພາຍນອກ”; ໃນນັ້ນ, “ແຫຼ່ງກໍາລັງພາຍໃນຍັງແມ່ນຍຸດທະສາດ, ຕັດສິນ ແລະຍາວນານ; ແຫຼ່ງກໍາລັງພາຍນອກແມ່ນເປັນປະຈໍາ”.

ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ກະສິກໍາຍັງແມ່ນເສົາຄໍ້າສໍາຄັນຂອງແຂວງເພາະວ່ານີ້ແມ່ນທ່າແຮງ, ຕ້ອງເສີມຂະຫຍາຍທ່າແຮງນີ້, ໃນນັ້ນ, ແຂວງຕ້ອງສຸມໃສ່ພັດທະນາເສດຖະກິດກະສິກໍາ, ກໍ່ສ້າງເຄື່ອງໝາຍການຄ້າເຂົ້າສານໃຫ້ແຂວງທ໊າຍບິ່ງ; ພ້ອມກັນນັ້ນ, ການລົງທຶນວິທະຍາສາດເຕັກໂນໂລຢີ, ເພີ່ມສະມັດຕະພາບແຮງງານ, ເປີດກວ້າງຕະຫຼາດ, ວາງແຜນເຂດວັດຖຸດິບ, ສູ້ຊົນໃຫ້ຂະແໜງກະສິກໍາຕ້ອງມີລະບົບສະໜອງໃນທົ່ວປະເທດ, ເຂົ້າຮ່ວມລະບົບສະໜອງທົ່ວໂລກ.

ທ່ານ ນາຍົກລັດຖະມົນຕີ ສະເໜີໃຫ້ແຂວງທ໊າຍບິ່ງ ສຸມໃສ່ວຽກງານວາງແຜນຜັງ, ຕ້ອງມີວິໄສທັດຍຸດທະສາດ, ມີຈຸດສຸມ, ຈຸດໜັກ, ເສີມຂະຫຍາຍທ່າແຮງ, ມີຈິນຕະນາການປ່ຽນແປງໃໝ່, ບຸກທະລຸໃນການສ້າງແຫຼ່ງກໍາລັງ, ກໍາລັງໜູນໃໝ່; ສຸມໃສ່ພື້ນຖານໂຄງລ່່າງ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ໃນນັ້ນແມ່ນທາງນໍ້າ, ທາງນໍ້າພາຍໃນ, ທາງບົກ; ສຸມໃສ່ທຸກແຫຼ່ງກໍາລັງ ເພື່ອລົງທຶນທາງອ້ອມທະເລ. ພ້ອມກັນນັ້ນ, ແຂວງຕ້ອງເພີ່ມທະວີການຮ່ວມມືພາກລັດ-ເອກະຊົນ; ຍົກສູງບັນດາດັດສະນີກຳລັງແກ່ງແຍ້ງ; ຕ້ອງດັດປັບຕົນ; ບັນດາພະແນກ, ຂະແໜງການຕ້ອງປະຕິຮູບຢ່າງແທ້ຈິງ, ຕ້ອງເພື່ອປະຊາຊົນ ແລະວິສາຫະກິດຢ່າງແທ້ຈິງ.

ໂດຍ: ໄຊນີດາ