ທ່ານ ຫງວຽນຊວນຟຸກ, ກໍາມະການກົມການເມືອງ, ປະທານປະເທດ, ຕາງໜ້າໃຫ້ກົມການເມືອງບໍລິຫານກອງປະຊຸມ. ທ່ານ ຫວໍວັນເຖືອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຕາງໜ້າໃຫ້ກົມການເມືອງລາຍງານກ່ຽວກັບລາຍການກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກ ຊຸດທີ XIII.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຫຼັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບແຜນຮ່າງສະຫຼຸບ 10 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 6, ຊຸດທີ XI ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃນໄລຍະຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ.

ຕອນບ່າຍ, ຄະນະບໍລິຫານງານສູນກາງພັກ ສືບຕໍ່ເຮັດວຽກຢູ່ໜ່ວຍ ເພື່ອປຶກສາຫາລືກ່ຽວກັບແຜນຮ່າງດັ່ງກ່າວ. ຕາມລາຍການ, ກອງປະຊຸມຈະດໍາເນີນໄປຮອດວັນທີ 10 ພຶດສະພາ 2022.

ໂດຍ: ເຈິ່ນຮວ່ຽນ