ຕອນບ່າຍວັນທີ 25 ມັງກອນ, ປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນອາໄລຫາສະຫາຍ ຫງວຽນດຶກແກັງ ກົງກັບໂອກາດກຽມສະເຫຼີມສະຫຼອງ 114 ປີແຫ່ງວັນຄ້າຍວັນເກີດຂອງສະຫາຍ (1908-2022) ຢູ່ເຮືອນອະນຸສອນສະຖານສະຫາຍ ຫງວຽນດຶກແກັງ, ນະຄອນຫາຍຟ່ອງ. ສະຫາຍ ຫງວຽນດຶກແກັງ ແມ່ນຜູ້ນຳຂອງຂະບວນການກຳມະກອນຫວຽດນາມ, ແມ່ນສະມາຊິກເຂົ້າຮ່ວມກໍ່ຕັ້ງພັກກອມມູນິດຫວຽດນາມ ໃນປີ 1930, ເລຂາພັກເຂດພາກເໜືອຫວຽດນາມ ແລະແມ່ນເລຂາຜູ້ທຳອິດຂອງອົງຄະນະພັກຫາຍຟ່ອງ. ອາໄລຫາສະຫາຍ ຫງວຽນດຶກແກັງ, ປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ປະຫວັດສາດຫວຽດນາມ ຍາມໃດກໍ່ຈົດຈຳການອຸທິດສ່ວນອັນໃຫຍ່ຫຼວງຂອງສະຫາຍ ຫງວຽນດຶຶກແກັງ ຕໍ່ກັບພັກ, ຕໍ່ໍ່ກັບຂະບວນການກຳມະກອນ ແລະກຳມະບານຫວຽດນາມ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢ໊າບ. ພາບ: ສຳນັກຂ່າວສານຫວຽດນາມ.

ກໍ່ເນື່ອງໃນໂອກາດນີີ້, ປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢ໊າບ - ນັກຮົບປະຕິວັດຈົ່ງຮັກພັກດີີ, ລູກສິດດີເດັ່ນ ແລະໃກ້້ຊິດຂອງປະທານໂຮ່ຈີມິນ; ຜູ້ບັນຊາການທະຫານສູງສຸດ ແລະແມ່ນພົນເອກຜູ້ທຳອິດຂອງກອງທັບປະຊາຊົນຫວຽດນາມ. ປະທານປະເທດ ຫງວຽນຊວນຟຸກ ເຕື້ອງເຖິງບຸນຄຸນອັນໃຫຍ່ຫຼວງຂອງພົນເອກ ໃນການສ້າງຕັ້ງແນວທາງສົງຄາມປະຊາຊົນ ແລະພັດທະນາທິດສະດີການທະຫານຫວຽດນາມ ຍຸກສະໄໝໂຮ່ຈີມິນ.

ປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນສະຫາຍ ຫງວຽນຫຶວທໍ້, ປະທານແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ຫວຽດນາມ ແຕ່ປີ 1962 ຈົນຮອດວັນທ້ອນໂຮມປະເທດຊາດເປັນເອກະພາບ. ສະຫາຍ ກໍ່ແມ່ນຮອງປະທານປະເທດຜູ້ທຳອິດຂອງປະເທດຫວຽດນາມ ເອກະພາບ, ຮັກສາການປະທານປະເທດແຕ່ເດືອນ ເມສາ 1980 ຫາເດືອນມີຖຸນາ 1981; ຫຼັງຈາກນັ້ນແມ່ນປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງລັດ. ອາໄລຫາທະນາຍຄວາມ ຫງວຽນຫຶວທໍ້, ປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ສະຫາຍແມ່ນສັນຍາລັກຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ຜູ້ທີ່ອຸທິດສ່ວນຊີວິດຂອງຕົນໃຫ້ປະເທດ, ເພື່ອເອກະລາດຊົນຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ.

ປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ໄປຖະຫວາຍທູບທຽນພົນເອກ ເຈິ່ນດ້າຍກວາງ, ປະທານປະເທດ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຍຸຕິທຳສູນກາງ ແຕ່ປີ 2016 ຫາປີ 2018.

ໂດຍ: ແສງເດືອນ