ໃນສານອວຍພອນ, ການນໍາສູງສຸດຂອງສອງພັກ ລ້ວນແຕ່ເນັ້ນໜັກວ່າ ປີ 2021 ເປັນປີທີ່ມີຄວາມໝາຍສໍາຄັນຕໍ່ພັກ, ລັດແຕ່ລະປະເທດ. ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສຳເລັດ ແລະຈີນ ກໍ່ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຈີນ ຢ່າງສົມກຽດ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. 

ມຸ່ງໄປເຖິງປີ 2022, ການນໍາສູງສຸດຂອງສອງພັກ ເຫັນດີຮັກສາການແລກປ່ຽນເປັນປົກກະຕິ, ກໍານົດທິດທາງການພົວພັນຫວຽດນາມ - ຈີນ ໃຫ້ພັດທະນາຢ່າງຈົບງາມຕາມເນື້ອໃນຈິດໃຈເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະເປັນຄູ່ຮ່ວມມືທີ່ດີ; ສະເໜີບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດ ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນຢ່າງແທດຈິງ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນດ້ວຍຫຼາຍຮູບການທີ່ອຸດົມສົມບູນ, ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ ບົນພື້ນຖານການເຈລະຈາໂດຍສັນຕິ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນນໍາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ພັດທະນາຢ່າງປອດໃສ, ຍືນຍົງ, ຕອບສະໜອງຜົນປະໂຫຍດພື້ນຖານ, ຍາວນານຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.

ການນໍາສອງທ່ານ ອວຍພອນພັກ, ລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ຈີນ ຕ້ອນຮັບປີໃໝ່ປະຈໍາຊາດ ປີຂານ 2022 ດ້ວຍຄວາມປອດໄພ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດ.

ໂດຍ: ໄຊຊະນະ