leftcenterrightdel
ເຢຍລະມັນ ອຸປະຖໍາວັກຊິນຊຸດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນໃຫ້ຫວຽດນາມ. ພາບ:  UNICEF

ວັກຊິນຊຸດນີ້ແມ່ນໜູນຊ່ວຍຜ່ານໂຄງການ COVAX ດ້ວຍການສົມທົບກັນຢ່າງແໜ້ນແຟ້ນຂອງ UNICEF, WHO ຫວຽດນາມ ແລະ ລັດຖະບານ ຫວຽດນາມ. ຕາມສະຖານທູດເຢຍລະມັນ ແລ້ວ, ນີ້ແມ່ນວັກຊິນຊຸດໃຫຍ່ກວ່າໝູ່ນັບແຕ່ກ່ອນມາ ເຊິ່ງເຢຍລະມັນ ໜູນຊ່ວຍໃຫ້ຂະບວນການສັກວັກຊິນຂອງຫວຽດນາມ, ຍົກຍອດຈຳນວນວັກຊິນທີ່ເຢຍລະມັນ ມອບໃຫ້ຫວຽດນາມ ຂຶ້ນກວ່າ 10 ລ້ານໂດສ. ໃນປີ 2021, ເຢຍລະມັນ ກໍ່ໄດ້ສະໜອງວັກຊິນ ແລະ ອຸປະກອນການແພດໃຫ້ຫວຽດນາມ ຫຼາຍເທື່ອແລ້ວ.

ທ່ານ ປອ Guido Hildner ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຫວຽດນາມ  ເນັ້ນໜັກວ່າ, ປີ 2022, ເຢຍລະມັນ ຈະສືບຕໍ່ສະແດງຈິດໃຈສາມັກຄີກັບ ຫວຽດນາມ ໃນການຕໍ່ສູ້ຕ້ານຜົນກະທົບຈາກໂລກລະບາດ, ພ້ອມກັນນັ້ນກໍ່ສະໜອງວັກຊິນຊຸດຕໍ່ໄປຕື່ມອີກຜ່ານໂຄງການ COVAX.

ໂດຍ: ທະນາພອນ