ເຂົ້າຮ່ວມກອງປະຊຸມມີການນໍານະຄອນ Saint Petersburg, ການນໍາຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາຫວຽດນາມ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາສະຫະພັນລັດເຊຍ, ຜູ້ຕາງໜ້າບາງອົງການ, ກົມກອງ, ຄະນະ, ຂະແໜງການ, ສະມາຄົມຊາວຫວຽດນາມ ອາໄສສະຫະພັນລັດເຊຍ ແລະນັກຮຽນຮູ້, ນັກຄົ້ນຄວ້າຫຼາຍຄົນຂອງສອງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເຫັນດີເປັນເອກະພາບໂດຍຖືວ່າ ຜ່ານປະຫວັດສາດຍາວນານ 72 ປີ, ຜ່ານຜ່າສິ່ງທ້າທາຍຕາມການເວລາ ກໍ່ຄື ການຜັນແປຂອງປະຫວັດສາດ, ນໍ້າໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປະຈຸບັນໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາ ແລະປະຊາຊົນສອງປະເທດລຸ້ນຕ່າງໆ ແລະໄດ້ຮັບຜົນງານອັນດີງາມຫຼາຍຢ່າງ; ຢັ້ງຢືນວ່າ ທັງສອງປະເທດລ້ວນແຕ່ຖືກັນແມ່ນຄູ່ຮ່ວມມືບຸລິມະສິດສໍາຄັນໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ...

ບັນດາຜູ້ແທນສະແດງຄວາມເຊື່ອໝັ້ນວ່າ ພ້ອມກັບຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຂອງສອງຝ່າຍ, ຖະແຫຼງການຮ່ວມວ່າດ້ວຍວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ຮອດປີ 2030 ເນື່ອງໃນໂອກາດການຢ້ຽມຢາມສະຫະພັນລັັດເຊຍ ຢ່າງເປັນທາງການຂອງປະທານປະເທດ ຫງວຽນຊວນຟຸກ  ຜ່ານມາຈະໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ນໍາການພົວພັນສອງປະເທດພັດທະນາກວ່າອີກເພື່ອຄວາມວັດທະນາຖາວອນ ແລະຈະເລີນຮຸ່ງເຮືອງຂອງສອງຊາດ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ