ທີ່ນະຄອນແທັງຮວ໊າ, ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຂດວັດທະນະທໍາອະນຸສອນສະຖານປະທານ ໂຮ່ຈີມິນ ແຂວງແທັງຮວ໊າ. ຂຽນຄວາມໃນໃຈໃສ່ປຶ້ມອະນຸສອນ, ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຂຽນວ່າ “ຮູ້ບຸນຄຸນເພິ່ນ, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ ຂໍປະຕິຍານວ່າ: ຈະສາມັກຄີເປັນຈິດໜຶ່ງໃຈດຽວກັນ, ອອກແຮງແຂ່ງຂັນຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ມານະພະຍາຍາມສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການຢ່າງບໍ່ຢຸດຢັ້ງ; ສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່, ຫັນປະເທດເປັນປະເທດອຸດສາຫະກໍາ ແລະທັນສະໄໝ; ຕັດສິນໃຈສ້າງສາປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ນັບມື້ນັບ “ສະຫງ່າຜ່າເຜີຍ, ຍິ່ງໃຫຍ່ ແລະສວຍງາມກວ່າ” ຄືດັ່ງຄວາມປາດຖະໜາຂອງປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ” ເມື່ອຍັງມີຊີວິດຢູ່.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມ, ໂອ້ລົມກັບພະນັກງານ, ນັກຮົບຢູ່ກອງບັນຊາການຕຳຫຼວດແຂວງແທັງຮວ໊າ. ພາບ: ແຄ໊ງຈິ່ງ.

ເມື່ອໄປຢ້ຽມຢາມ, ອວຍພອນປີໃໝ່, ໂອ້ລົມກັບພະນັກງານ, ນັກຮົບຢູ່ກອງບັນຊາການຕໍາຫຼວດແຂວງແທັງຮວ໊າ, ທ່ານ ຟ້າມມິງຈີ໊ງ ຮຽກຮ້ອງໃຫ້ຕໍາຫຼວດແຂວງແທັງຮວ໊າ ສືບຕໍ່ກໍາແໜ້ນສະພາບການ, ສືບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກ, ອໍານາດການປົກຄອງນະ ຄອນຊີ້ນໍາ, ນໍາພາ; ປະຕິບັດວຽກງານຄຸ້ມຄອງລັດກ່ຽວກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ໂຄສະນາເຜີຍແຜ່, ຈັດຕັ້ງປະຕິບັດ ແລະເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານ, ສູ້ຮົບໂດຍກົງ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງຊີວິດທີ່ສະຫງົບສຸກຂອງປະຊາຊົນ...

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ຄອບຄົວທະຫານເສຍອົງຄະ ຮ່າຢວຽນຮົ່ງ. ພາບ: ແຄ໊ງຈິ່ງ.

ຕອນຄ້າຍແລງ, ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ຄອບຄົວທະຫານເສຍອົງຄະ ຮ່າຢວຽນຮົ່ງ, ເກີດປີ 1958, ເສຍອົງຄະລະດັບ 1/4, ປະຈຸບັນອາໄສຢູ່ຖະໜົນ ຫາຍເທື້ອງລ້ານອົງ, ຕາແສງກວາງຖັ໊ງ ແລະແມ່ຫວຽດນາມ ວິລະຊົນ ຫງວຽນທິແທັງ, ເກີດປີ 1937, ມີຜົວ ແລະລູກ ເສຍສະຫຼະຊີວິດເພື່ອຊາດ, ປະຈຸບັນອາໄສຢູ່ຖະໜົນ ຕ໊ຽນທໍ້, ຕາແສງກວ້າງທິ້ງ, ນະຄອນແທັງຮວ໊າ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ຄອບຄົວແມ່ຫວຽດນາມ ວິລະຊົນ ຫງວຽນທິແທັງ. ພາບ: ແຄ໊ງຈິ່ງ.

ນາຍົກລັດຖະມົນຕີ ໄດ້ຢື້ຢາມຖາມຂ່າວສຸຂະພາບ, ຊີວິດການເປັນຢູ່ຂອງບັນດາຄອບຄົວທີ່ມາຢ້ຽມຢາມ, ອວຍພອນຄອບຄົວ ຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ, ມີຄວາມສະຫງົບສຸກ ແລະປະສົບຜົນສໍາເລັດ, ສືບຕໍ່ເປັນແບບຢ່າງໃນການປະຕິບັດ ແລະຂົນຂວາຍພໍ່ແມ່ປະຊາຊົນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ ແລະລັດ ໄດ້ເປັນຢ່າງດີ, ພ້ອມທັງສະເໜີໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນສືບຕໍ່ເອົາໃຈໃສ່ກວ່າອີກເຖິງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງບັນດາຄອບຄົວນະໂຍບາຍ, ໂດຍສະເພາະແມ່ນໃນໂອກາດປີໃໝ່ວຽນມາ.

ໂດຍ: ກວຽດເຕິມ