ກ່າວຄຳເຫັນທີ່ການເຮັດວຽກ, ເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ປີ 2022 ແລະຊຸມປີຈະມາເຖິງ ຄາດຄະເນວ່າສະພາບການໂລກ ແລະພາກພື້ນຍັງມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໂດຍສະເພາະແມ່ນສະພາບການພະຍາດໂຄວິດ-19; ປະເທດເຮົາ ກ້າວສູ່ໄລຍະຍູ້ແຮງການຫັນເປັນອຸດສາຫະກໍາ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ, ວາງອອກຫຼາຍບັນຫາໃໝ່.

ເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແຂວງບັ໊ກນິງ ຕ້ອງສືບຕໍ່ສຸມໃສ່ຊາບຊຶມ, ໂຄສະນາເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງອົງຄະນະພັກແຂວງ ຢ່າງເລິກເຊິ່ງກວ້າງຂວາງ, ເຮັດໃຫ້ເນື້ອໃນຈິດໃຈຂອງມະຕິໄດ້ເຊື່ອມຊຶມຢ່າງຄົບຖ້ວນ, ເລິກເຊິ່ງກ່ຽວກັບກາລະໂອກາດ, ຄວາມສະດວກຕ້ອງກຳແໜ້ນ, ເສີມຂະຫຍາຍ; ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ້ອງມານະພະຍາຍາມຜ່ານຜ່າ.

leftcenterrightdel
ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະປະຈຳພັກແຂວງບັ໊ກນິງ. ພາບ: ວັນຫ໊ຽວ.

ພິເສດ, ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງໃຫ້ແຂວງ ສຸມໃສ່ເຮັດວຽກງານກໍ່ສ້າງ, ປັບປຸງພັກ; ຍົກສູງຄວາມສາມາດນຳພາ ແລະກຳລັງແຮງສູ້ຮົບຂອງອົງຄະນະພັກທຸກຂັ້ນ, ຮັກສາກົດລະບຽບ, ຂໍ້ບັງຄັບພາຍໃນພັກ, ເດັດດ່ຽວຕໍ່ສູ້ຕ້ານລັດທິສ່ວນຕົວ, ສະກັດກັ້ນ, ຍູ້ຖອຍປະກົດການຫຍໍ້ທໍ້; ລົງໂທດພະນັກງານ, ສະມາຊິກພັກທີ່ເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ມີປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ປ່ຽນແປງດ້ວຍຕົນເອງ”.

ກໍ່ສ້າງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນໃຫ້ມີກຳລັງຄວາມສາມາດ, ຄຸນທາດ, ກ້າເຮັດ, ກ້າປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ກ້າບຸກທະລຸເພື່ອການພັດທະນາຂອງບ້ານເກີດເມືອງນອນ; ຍົກສູງປະສິດທິພາບ, ປະສິດທິຜົນໃນການບໍລິຫານຂອງອຳນາດການປົກຄອງທຸກຂັ້ນ ແລະຂອງທົ່ວລະບົບການເມືອງ, ສ້າງບາດກ້າວພັດທະນາໃໝ່ຂອງອົງຄະນະພັກທາງດ້ານພູມປັນຍາ, ຄຸນທາດການເມືອງ, ສະໜິດຕິດພັນກັບປະຊາຊົນ, ໄດ້ຮັບຄວາມຮັກແພງຈາກປະຊາຊົນ; ມີອິດທິພົນຊື່ສຽງ ແລະມີກຳລັງຄວາມສາມາດນຳພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະມະຕິຂອງອົງຄະນະພັກແຂວງ ຄັ້ງທີ XX.

ໂດຍ: ແສງເດືອນ