leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ລົງຢ້ຽມຢາມ, ເຮັດວຽກກັບກອງບັນຊາການທະຫານນະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຊີ້ນຳ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນສະພາບການບັນດາກຳລັງທີ່ເປັນປໍລະປັກ ສືບຕໍ່ສວຍໃຊ້ທຸກກົນອຸບາຍຕ້ານ, ມ້າງທຳລາຍ, ສະພາບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ຄວາມໝັ້ນຄົງແບບໃໝ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້… ຕຳຫຼວດນະຄອນໂຮ່ຈີມິນ ຄວນກຳແໜ້ນສະພາບການ, ເປັນເຈົ້າການສົມທົບກັບທຸກຂັ້ນ, ທຸກຂະແໜງການ, ສະກັດກັ້ນຢ່າງທັນການ, ເດັດດ່ຽວຕໍ່ສູ້ເພື່ອຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຕິບັດບົດບາດນຳໜ້າ, ປະຈັນບານໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນເວລາກ່ອນ, ໃນ ແລະຫຼັງບຸນເຕັດປະຈຳຊາດປີຂານ 2022 ໃຫ້ເປັນຢ່າງດີ.

ຕໍ່ຈາກນັ້ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກກັບກອງບັນຊາການທະຫານນະຄອນໂຮ່ຈີມິນ.

ໂດຍ: ທະນາພອນ