leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ກັບພະນັກງານຄ້າຍທະຫານຊາຍແດນແຣກກົກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ລາຍການ, ທ່ານ ເວືອງດິ່ງເຫ້ວ ສະແດງຄວາມຕື້ນຕັນໃຈເມື່ອໄດ້ມາຢ້ຽມຢາມພະນັກງານ,  ນັກຮົບກອງບັນຊາການທະຫານຊາຍແດນແຂວງກ່າເມົາ, ປະຊາຊົນເມືອງຫງອກຫຽນ ແລະເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ ອຸ່ນໃຈປະຊາຊົນເຂດທະເລ”. 

ທ່ານ ເວືອງດິ່ງເຫວ້ ສະເໜີໃຫ້ຄະນະພັກທຸກຂັ້ນ, ກໍາລັງປະກອບອາວຸດ, ບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນ ສຸມໃສ່ຊີ້ນໍາ, ນໍາພາເພີ່ມທະວີປະຕິບັດວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່ໃຫ້ເປັນຢ່າງດີ, ປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່; ລົງທຶນກໍ່ສ້າງລະບົບພື້ນຖານໂຄງລ່າງ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ເບິ່ງແຍງດູແລໃຫ້ແກ່ຄົນທຸກຍາກ; ກໍ່ສ້າງ ແລະເພີ່ມທະວີກຸ່ມກ້ອນມະຫາ ສາມັກຄີທ່ົວປວງຊົນທັງຊາດ ໃຫ້ເປັນຢ່າງດີ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບຄ້າຍທະຫານຊາຍແດນແຣກກົກ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າການນໍາພັກ, ລັດ, ທ່ານປະທານສະພາແຫ່ງຊາດ ໄດ້ສົ່ງຄໍາອວຍພອນປີໃໝ່ອັນດີງາມທີ່ສຸດມາຍັງບັນດາສະຫາຍການນໍາ, ຄະນະພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດ ແລະພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກ່າເມົາ ແລະປະຊາຊົນເມືອງຫງອກຫຽນ ທຸກຖ້ວນໜ້າ. ທີ່ລາຍການ, ທ່ານປະທານສະພາແຫ່ງຊາດ ໄດ້ມອບຂອງຂວັນ  750 ພູດ ໃຫ້ແກ່ຄ້າຍທະຫານຊາຍແດນແຣກກົກ, ບັນດາກໍາລັງດ່ານໜ້າປ້ອງກັນ, ຕ້ານພະຍາດໂຄວິດ-19, ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງຫງອກຫຽນ.

ໂດຍ: ທູຈາງ