ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ເວືອງດີ່ງເຫວ້ ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງແຂວງບີ່ງເຢືອງ ໄດ້ມານະພະຍາຍາມຜ່ານຜ່າໃນໄລຍະຫຍຸ້ງຍາກທີ່ສຸດຂອງພະຍາດໂຄວິດ-19, ບັນລຸໄດ້ຜົນງານທີ່ຕັ້ງໜ້າໃນປີ 2021, ສ້າງປະຖົມປັດໄຈໃຫ້ແຂວງສືບຕໍ່ພັດທະນາບໍ່ພຽງແຕ່ໃນປີ 2022 ເທົ່ານັ້ນ ຫາກໃຫ້ທັງອາຍຸການ.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດ ເຮັດວຽກ, ອວຍພອນປີໃໝ່ຢູ່ແຂວງບີ່ງເຢືອງ. ພາບ: tuoitre.vn

ທ່ານ ປະທານສະພາແຫ່ງຊາດ ຮັບຮູ້ ແລະຕີລາຄາສູງບັນດາຄວາມມານະພະຍາຍາມຂອງແຂວງບີ່ງເຢືອງ ກໍ່ຄືປະກອບສ່ວນຂອງແຂວງບໍ່ພຽງແຕ່ໃຫ້ເຂດເສດຖະກິດຈຸດສຸມທາງທິດໃຕ້ເທົ່ານັ້ນ ຫາກຍັງໃຫ້ທົ່ວປະເທດ. ໃນໄລຍະຈະມາເຖິງ, ເຫັນດີເປັນເອກະພາບກັບບັນດາເນື້ອໃນທີ່ໄດ້ລາຍງານ, ທ່ານ ປະທານສະພາແຫ່ງຊາດ ຖືວ່າ, ເລື່ອງສໍາຄັນທີ່ສຸດແມ່ນກໍານົດທິດທາງຍຸດທະສາດກ່ຽວກັບການພັດທະນາ, ເຊິ່ງສະແດງອອກໃນແຜນສັງລວມພັດທະນາແຂວງບີ່ງເຢືອງ, ໃນນັ້ນມີການວາງແຜນຜັງເມືອງຕາມກົດໝາຍວ່າດ້ວຍວາງແຜນກຳນົດ; ສະເໜີແຂວງສົມທົບກັບກະຊວງແຜນການ ແລະການລົງທຶນ ເພື່ອຊຸກຍູ້ຍິ່ງໄວກໍ່ຍິ່ງດີ, ບົນຈິດໃຈການວາງແຜນຕ້ອງໄປກ່ອນ.

ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງລັດຖະບານປະກາດໃຊ້ລາຍການປ້ອງກັນ, ຕ້ານພະຍາດໂຄວິດ-19, ລາຍການກະທໍາຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບບ້ວງໜູນຊ່ວຍໂຄງການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ສະນັ້ນ ແຂວງຕ້ອງກະກຽມເພື່ອຫັນເປັນລະອຽດເມື່ອເອກະສານດັ່ງກ່າວ ໄດ້ປະກາດໃຊ້ຢ່າງເປັນທາງການເພື່ອຈັດຕັ້ງໃຫ້ເປັນເອກະພາບ, ຖືກຕາມການກຳນົດ, ສ້າງທ່າໃຫ້ການເຕີບໂຕ ແລະສະຫວັດດີການສັງຄົມຂອງທ້ອງຖິ່ນ.

ໂດຍ: ໄຊນີດາ