ກ່າວຄຳເຫັນທີ່ພິທີເປີດນຳໃຊ້ເສັ້ນທາງດ່ວນ, ປະທານປະເທດ ເນັ້ນໜັກວ່າ ດ້ວຍຄວາມຕັດສິນໃຈສູງ, ການຊີ້ນຳຢ່າງຂ້ຽວຂາດຂອງສູນກາງ, ແຂວງຕ່ຽນຢາງ, ການເຂົ້າຮ່ວມຂອງບັນດານັກວິທະຍາສາດ, ຫົວໜ່ວຍກໍ່ສ້າງ, ພວກເຮົາໄດ້ປະຕິບັດຄຳໝັ້ນສັນຍາກັບປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງ ເປັນຢ່າງດີ, ນຳກິດຈະການເຂົ້ານຳໃຊ້ໂດຍໄວ, ປະກອບສ່ວນສ້າງຄວາມສະດວກໃຫ້ແກ່ການພັດທະນາຢູ່ພາກພື້ນນີ້. ນີ້ແມ່ນໄຊຊະນະຂອງເຈດຈຳນົງ, ຄວາມຕັດສິນໃຈ, ຈິດໃຈຮັບຜິດຊອບສູງຂອງເຈົ້າຂອງລົງທຶນ, ບໍລິສັດກໍ່ສ້າງ; ໄຊຊະນະຂອງວິສະຫະກິດຫວຽດນາມ ທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອບືນຕົວຂຶ້ນ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ອອກຄຳສັ່ງເປີດນຳໃຊ້ໂຄງການເສັ້ນທາງດ່ວນ ຈູງເລືອງ-ໝີທ້ວນ. ພາບ: ແມັ້ງຮຶງ.

ຕາງໜ້າການນຳພັກ, ລັດ, ທ່ານ ຫງວຽນຊວນຟຸກ ຍ້ອງຍໍຊົມເຊີຍບັນດາບໍລິສັດໃຫ້ຄຳປຶກສາ, ອອກແບບ, ຕິດຕາມກວດກາ, ນັກວິທະຍາສາດ; ແຂວງຕ່ຽນຢາງ ໄດ້ກະຕຸກຊຸກຍູ້, ແກ້ໄຂສິ່ງທີ່ຍັງຄົງຄ້າງຂອງໂຄງການ; ການສະໜັບສະໜູນຂອງທຸກຂັ້ນ, ຂະແໜງການ, ບັນດາທະນາຄານ. ປະທານປະເທດ ກໍ່ຊົມເຊີຍປະຊາຊົນຢູ່ເຂດໂຄງການທີ່ໄດ້ມອບທີ່ດິນຮັບໃຊ້ກິດຈະການ; ກຸ່ມບໍລິດສັດແດ່ວກາ ໄດ້ບໍລິຫານ, ຊີ້ນຳຢ່າງຂ້ຽວຂາດ, ດຳເນີນການກໍ່ສ້າງທັງເວນ ແລະຄືນ ເພື່ອ ໃຫ້ໂຄງການສາມາດເປີດນຳໃຊ້ໄດ້ຖືກຕາມກຳນົດ.

ປະທານປະເທດ ກໍ່ໃສ່ໃຈກະຊວງຄົມມະນາຄົມຂົນສົ່ງ, ຄຽງຂ້າງທາງບົກຕ້ອງສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງສະໜາມບິນ, ທ່າກຳປັ່ນທະເລ, ທາງລົດໄຟ, ລະບົບ logistic ໃຫ້ສຳເລັດ, ຈາກນັ້ນຊ່ວຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ພັດທະນາຕົວເມືອງ, ເຂດອຸດສາຫະກຳເຕັກໂນໂລຢີສູງ, ຍົກສູງມູນຄ່າຜະລິດຕະພັນກະເສດ, ສິນຄ້າ ເພື່ອໃຫ້ປະຊາຊົນຢູ່ທາງທິດຕາເວັນຕົກພາກໃຕ້ ມີຊີວິດອີ່ມໜຳສຳລານ, ມີຄວາມຜາສຸກກວ່າອີກ.

ໂດຍ: ແສງເດືອນ