ການພົວພັນຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງໝັ້ນຄົງ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຈີນ (18-1-1950 / 18-1-2022), ຕາງໜ້າລັດຖະບານຫວຽດນາມ, ທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດຍຜ່ານສະຖານທູດແຫ່ງ ສປ ຈີນ ປະຈໍາຫວຽດນາມ ສົ່ງບົດກ່າວປາໄສອວຍພອນເຖິງປະຊາຊົນ ຈີນ ດ້ວຍການບັນທຶກວິດີໂອ.
ທ່ານ ຫງວຽນແທງລອງ ຢັ້ງຢືນວ່າ ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ແມ່ນບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຂອງຫວຽດນາມ. ທ່ານ ຫງວຽນແທງລອງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ປີ 2021, ການພົວພັນຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງໝັ້ນຄົງ ແລະບັນລຸໄດ້ໝາກຜົນທີ່ຕັ້ງໜ້າ.
    |
 |
ການພົວພັນຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງໝັ້ນຄົງ. ພາບປະກອບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ຫງວຽນແທງລອງ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການຂອງຫວຽດນາມ ແລະຈີນ ພ້ອມກັນປະຕິບັດຄວາມຮັບຮູ້ລວມຂັ້ນສູງກ່ຽວກັບການປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນແລະກັນໃຫ້ເປັນຢ່າງດີ, ຊຸກຍູ້ການເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດກວ່າອີກ, ໂດຍສະເພາະແມ່ນເສດຖະກິດ - ການຄ້າ ແລະການປ້ອງກັນ, ຕ້ານພະຍາດໂຄວິດ-19; ສົມທົບກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການຮ່ວມມືຢ່າງທັນການ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວພົວພັນການຄ້າ, ການໄປມາຫາສູ່ກັນລະຫວ່າງສອງປະເທດ, ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ພັດທະນາປອດໃສ, ຍືນຍົງ ແລະແທດຈິງຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານ ຊຽງບໍ ເອກອັກຄະລັດຖະທູດ ຈີນ ປະຈໍາຫວຽດນາມ ຢັ້ງຢືນວ່າ ພັກ, ລັດຖະບານຈີນ ຍາມໃດກໍຖືເປັນສໍາຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືທີ່ແທດຈິງໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການພົບປະແລກປ່ຽນ ແລະຄວາມເຂົ້າໃຈ ເຊິ່ງກັນແລະກັນ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.
ໂດຍ: ໄຊຊະນະ