ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ຕີລາຄາສູງບາດກ້າວພັດທະນາການພົວພັນລະຫວ່າງສອງປະເທດໃນຊຸມປີທີ່ຜ່ານມາ, ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກພະຍາດໂຄວິດ-19. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການສົມທົບກັນຢ່າງເລິກເຊິ່ງ, ລະອຽດໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19, ຮັບປະກັນຮັກສາການເຄື່ອນໄຫວດ້ານການຄ້າ, ການຮ່ວມມືດ້ານເສດຖະກິດ. ທ່ານລັດຖະມົນຕີ ຫວັງອີ ຢືນຢັນວ່າ: ຈີນ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການປ້ອງກັນ ແລະຕ້ານພະຍາດ, ໃນນັ້ນມີການຮ່ວມມືດ້ານວັກຊິນ; ພ້ອມທັງປະກາດວ່າ, ຈີນ ຈະຊ່ວຍເຫຼືອຕື່ມອີກ 20 ລ້ານຢວນ ເພື່ອຊື້ວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດ ແລະວັກຊິນກັນໂຄວິດ-19 ຈໍານວນ 500.000 ໂດສ ໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາກ່ຽວກັບບັນຫາຊາຍແດນ; ເຫັນດີເປັນເອກະພາບປະຕິບັດເອກະສານນິຕິກຳ 3 ສະບັບຢ່າງເຂັ້ມງວດ, ສົມທົບກັນໃນການຄຸ້ມຄອງຊາຍແດນທາງບົກເປັນຢ່າງດີ, ແລກປ່ຽນ ແລະແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ... ສອງຝ່າຍເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຕົກລົງກ່ຽວກັບຫຼັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາຢູ່ທະເລ, ຄວບຄຸມການພິພາດກັນຢູ່ທະເລເປັນຢ່າງດີ, ພ້ອມກັນຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລຕາເວັນອອກ; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຕັ້ງໜ້າຊຸກຍູ້ການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ທະນາພອນ