ເຂົ້າຮ່ວມລາຍການສະແດງສິລະປະມີບັນດາສະຫາຍ: ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງ; ພົນໂທ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ; ພົນໂທ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ. ເຂົ້າຮ່ວມລາຍການ ຍັງມີບັນດາສະຫາຍການກຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ, ກົມໃຫຍ່ເສນາທິການ; ຜູ້ແທນບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ.

leftcenterrightdel
ພົນເອກ ຟານວັນຢາງ ແລະພົນເອກ ເລືອງເກື່ອງ ກັບຜູ້ແທນເຂົ້າຮ່ວມລາຍການ. ພາບ: ຝູ໋ເຊີນ.

ລາຍການສະແດງສິລະປະ “ມະຫັດສະຈັນ ແລະອະນາຄົດ” ລວມມີສອງພາກ. ພາກທີ 1 ມີຫົວຂໍ້ “ມະຫັດສະຈັນ” ຊ່ວຍໃຫ້ຜູ້ຊົມຫວນຄືນການກໍາເນີດຂອງເສັ້ນທາງໂຮ່ຈີມິນ ຢູ່ທະເລ, ດ້ວຍບັນດາເລື່ອງລາວຂອງພະຍານຫຼັກຖານປະຫວັດສາດຜ່ານສາລະຄະດີ, ວິດີໂອ; ບັນດາເລື່ອງລາວກ່ຽວກັບກົນອຸບາຍຫຼັກແຫຼມ, ນ້ຳໃຈພິລະອາດຫານ, ບໍ່ຢ້ານກົວຕໍ່ການເສຍສະຫຼະຊີວິດ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກຂອງພະນັກງານ, ນັກຮົບກອງກຳປັ່ນບໍ່ມີເລກໝາຍໄດ້ສ້າງຄວາມຕື້ນຕັນໃຈໃຫ້ແກ່ຜູ້ແທນ ແລະຜູ້ຊົມ.

leftcenterrightdel
ລາຍການສະແດງສິລະປະ. ພາບ: ຝູ໋ເຊີນ.

ພາກທີ 2 ດ້ວຍຫົວຂໍ້ “ອະນາຄົດ” ສະແດງໃຫ້ເຫັນຈິດໃຈຕັດສິນໃຈຂອງພະນັກງານ, ນັກຮົບ ແລະປະຊາຊົນທຸກຊັ້ນວັນນະໃນການສືບທອດ ແລະເສີມຂະຫຍາຍມູນເຊື້ອອັນອົງອາດກ້າຫານຂອງຮຸ່ນພໍ່ຮຸ່ນອ້າຍ ຢູ່ເສັ້ນທາງທະເລມະຫັດສະຈັນທີ່ໃສ່ຊ່ືລຸງໂຮ່ ທີ່ແສນເຄົາລົບຮັກ, ຢັ້ງຢືນຄວາມຕັດສິນໃຈອັນແຮງກ້າໃນພາລະກິດສ້າງສາ ແລະປົກປັກຮັກສາອະທິປະໄຕຂອງປະເທດຊາດ...

ໂດຍ: ແສງເດືອນ