ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານປະທານປະເທດ ຢັ້ງຢືນວ່າ ການເປີດເສັ້ນທາງໂຮ່ຈີມິນ ເທິງທະເລສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຫົວຄິດປະດິດສ້າງ, ຄວາມປີຊາສາມາດ, ສະຫຼາດສ່ອງໃສຂອງພັກ ແລະລຸງໂຮ່ ທີ່ແສນເຄົາລົບຮັກ. ນັ້ນແມ່ນສິ່ງມະຫັດສະຈັນໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງຊາດຫວຽດນາມ. ເສັ້ນທາງໂຮ່ຈີມິນ ເທິງທະເລ ຊ່ວຍເຊື່ອມຕໍ່ແນວຫຼັງໃຫຍ່ຂອງພາກເໜືອກັບສະໜາມຮົບພາກໃຕ້ ແລະບໍລິເວນຫ່າງໄກສອກຫຼີກ, ຫຍຸ້ງຍາກ, ລຳບາກກາກກຳ ແລະດຸເດືອດທີ່ສຸດ. ສິ່ງນັ້ນປະກອບສ່ວນສຳຄັນເຂົ້າໃນການຍົກສູງຄວາມສາມາດສູ້ຮົບ, ພັດທະນາກຳລັງ, ສ້າງບາດກ້າວພັດທະນາໃໝ່ໃຫ້ແກ່ການປະຕິວັດພາກໃຕ້.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ກັບຜູ້ແທນທີ່ການພົບປະສັງສັນ. ພາບ: ຫາຍຮ່າ.

ທີ່ການພົບປະສັງສັນ, ປະທານປະເທດ ປາດຖະໜາວ່າ ນັກຮົບເກົ່າແຕ່ລະສະຫາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານ, ສະຫງ່າລາສີຂອງກອງກຳປັ່ນບໍ່ມີໝາຍເລກ ເພື່ອເປັນແບບຢ່າງທີ່ໃສແຈ້ງກ່ຽວກັບລັດທິວິລະຊົນປະຕິວັດ, ຂອງນ້ຳໃຈພິລະອາດຫານ, ເຈດຈຳນົງອັນແຮງກ້າ, ມານະພະຍາຍາມເຂົ້າຮ່ວມການກໍ່ສ້າງຄອບຄົວ, ບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີສວຍງາມກວ່າ.

ໂດຍ: ແສງເດືອນ