leftcenterrightdel
ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີຕ່າງປະເທດ ຫວຽດນາມ-ນິກາຣາກົວ ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ຮອງລັດຖະມົນຕີ ຫງວຽນກວກຢູງ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືກັບນິກາຣາກົວ ບົນພື້ນຖານຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະແບ່ງປັນຫຼັກການພື້ນຖານຂອງການພົວພັນສາກົນ ແລະຜົນປະໂຫຍດລວມໃນວິວັດການພັດທະນາຂອງສອງປະເທດ.

ທ່ານ Arlette Marenco ຢືນຢັນວ່າ ນິກາຣາກົວ ປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ ບົນພື້ນຖານສາຍພົວພັນປະຫວັດສາດອັນດີງາມລະຫວ່າງສອງປະເທດ.

ການນຳກະຊວງການຕ່າງປະເທດສອງປະເທດໄດ້ເຫັນດີເປັນເອກະພາບນຳກັນວ່າ ທັງສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາສາຍພົວພັນ, ຊຸກຍູ້ການຢ້ຽມຢາມທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກການປຶກສາດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດຢ່າງມີໄຫວພິບ ແລະມີປະສິດທິຜົນ...

ໂດຍ: ທະນາພອນ