ຕາງໜ້າລັດຖະບານມົງໂກລີ, ທ່ານພົນຕີ G.Ariunbuyan ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ ໄດ້ມີການຊ່ວຍເຫຼືອອັນລໍ້າຄ່າ, ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະປະຊາຊົນມົງໂກລີ ຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ປົກປ້ອງສຸຂະພາບຂອງປະຊາຊົນ.

ທ່ານພົນຕີ G.Ariunbuyan ສະແດງຄວາມເຄົາລົບນັບຖືຕໍ່ນໍ້າໃຈຂອງລັດຖະບານ ແລະປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ລັດຖະບານ ແລະປະຊາຊົນມົງໂກລີ ໃນສະພາບການທີ່ສອງປະເທດຍັງປະສົບຄວາມຫຍຸ້ງຍາກໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຫຼາຍຢ່າງກໍ່ຄືການຟື້ນຟູເສດຖະກິດພາຍຫຼັງພະຍາດໂຄວິດ-19. ທ່ານອວຍພອນໃຫ້ລັດຖະບານ ແລະປະຊາຊົນຫວຽດນາມ ຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານພະຍາດ ແລະຟື້ນຟູເສດຖະກິດຢ່າງມີປະສິດທິຜົນ, ອວຍພອນໃຫ້ຫວຽດນາມ ຄວບຄຸມພະຍາດໄດ້ໂດຍໄວ ແລະພັດທະນາເສດຖະກິດໃຫ້ເປັນປົກກະຕິໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຢ້ວານແຄງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມົງໂກລີ ມອບສັນຍາລັກເງິນຈຳນວນ 50.000 ໂດລາສະຫະລັດ ໃຫ້ແກ່ຜູ້ຕາງໜ້າລັດຖະບານມົງໂກລີ. ພາບ: ສະຖານທູດຫວຽດນາມ ປະຈໍາ ມົງໂກລີ.

ທ່ານ ຢ້ວານແຄງເຕິມ ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ພວມຜັນຂະຫຍາຍຢ່າງມີປະສິດທິຜົນຂອງລັດຖະບານມົງໂກລີ, ພ້ອມທັງແບ່ງປັນວ່າ ຫວຽດນາມ ກໍ່ພວມສຸມໃສ່ທຸກແຫຼ່ງກໍາລັງເຂົ້າໃນວຽກງານປ້ອງກັນ, ຕ້ານ ແລະຟື້ນຟູເສດຖະກິດໃນໄລຍະພະຍາດຍັງຜັນແປຢ່າງສັບສົນໃນປະຈຸບັນ.

ດ້ວຍຈິດໃຈການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ, ລັດຖະບານຫວຽດນາມ ໄດ້ຕົກລົງຊ່ວຍເຫຼືອລັດຖະບານມົງໂກລີ 50.000 ໂດລາສະຫະລັດ ເພື່ອຮ່ວມແຮງຮ່ວມໃຈຮັບມືກັບພະຍາດໂຄວິດ-19. ຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງລັດຖະບານມົງໂກລີ, ຄວາມຕັດສິນໃຈ, ຮ່ວມແຮງຮ່ວມໃຈຕ້ານພະຍາດຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທັງໝົດ, ປະເທດຊາດ ແລະປະຊາຊົນມົງໂກລີ ຈະຄວບຄຸມພະຍາດໂຄວິດ-19 ໄດ້, ຟື້ນຟູເສດຖະກິດ-ສັງຄົມໂດຍໄວ ແລະສືບຕໍ່ພັດທະນາແບບຍືນຍົງ.

ໂດຍ: ຈາງຫງວຽນ