ກອງປະຊຸມສໍາມະນາໂດຍສະພາທິດສະດີສູນກາງສົບທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີິມິນ ຈັດຕັ້ງ; ເຊິ່ງໄດ້ເຊື່ອມຕໍ່ຜ່ານລະບົບທາງໄກລະຫວ່າງຮ່າໂນ້ຍ ກັບຄະນະພັກ 63 ແຂວງ, ນະຄອນ ໃນທົ່ວປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນຊວນຖັ໊ງ ໃຫ້ຮູ້ວ່າ ນີ້ແມ່ນກອງປະຊຸມສໍາມະນາແທດຈິງ ແລະມີຄວາມໝາຍຫຼາຍຢ່າງເພື່ອຜັນຂະຫຍາຍ, ຫັນຂໍ້ສະຫຼຸບຂອງກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 4, ສະໄໝທີ XIII ກ່ຽວກັບບາງບັນຫາເສດຖະກິດ-ສັງຄົມໃຫ້ປະກົດຜົນເປັນຈິງບົນຈິດໃຈໃໝ່, ປ່ຽນໃໝ່ ຈິນຕະນາການ, ແບບວິທີກ່ຽວກັບການປ້ອງກັນ, ຕ້ານ, ຄວບຄຸມພະຍາດຕິດກັບການຟື້ນຟູ, ສືບຕໍ່ພັດທະນາການຜະລິດ, ດໍາເນີນທຸລະກິດ, ປັບຕົວຢ່າງມີໄຫວພິບ, ປອດໄພ, ຄວບຄຸມພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ; ກໍ່ຄືປະຕິບັດມະຕິຂອງລັດຖະບານກ່ຽວກັບການແນະນໍາປັບຕົວຊົ່ວຄາວຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ.

ກ່າວຄໍາເຫັນສະຫຼຸດກອງປະຊຸມສໍາມະນາ, ທ່ານ ຟ້າມມິງຈິ໊ງ ຂອບໃຈ, ຕີລາຄາສູງຕໍ່ຄໍາເຫັນປະກອບທີ່ຈິງໃຈ, ມີຄວາມຮັບຜິດຊອບ, ມີຄຸນນະພາບສູງຂອງບັນດາຜູ້ແທນ; ຮຽກຮ້ອງບັນດາອົງການທີ່ກ່ຽວຂ້ອງຮັບເອົາ, ສັງລວມເພື່ອຮັບໃຊ້ວິວັດການສ້າງນະໂຍບາຍ ແລະປະຕິບັດມາດຕະການຕ່າງໆເພື່ອແນໃສ່ຟື້ນຟູເສດຖະກິດ, ປັບຕົວຢ່າງມີໄຫວພິບ, ປອດໄພກັບພະຍາດໂຄວິດ-19.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ລັດຖະບານສືບຕໍ່ຊີ້ນໍາບັນດາຂະແໜງການ, ທ້ອງຖິ່ນສຸມໃສ່ເບິ່ງແຍງດູແລສະຫວັດດີການສັງຄົມ, ຮັບປະກັນຊີວິດການເປັນຢູ່ທັງວັດຖຸ ແລະຈິດໃຈຂອງປະຊາຊົນໃຫ້ເປັນປົກກະຕິ; ຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມປອດໄພ, ເຮັດໃຫ້ປະຊາຊົນອຸ່ນອ່ຽນໃຈ. ພິເສດ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນພ້ອມກັບວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ, ນຳໃຊ້ແຫຼ່ງກໍາລັງ, ພັດທະນາການຜະລິດ, ດໍາເນີນທຸລະກິດຕາມຫຼັກການ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ໂດຍ: ເກື່ອງດັ້ງ