ທ່ານ ບຸ່ຍແທັງເຊີນ ສະເໜີທ່ານ Denny Abdi  ເອົາໃຈໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດກວ່າອີກ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ໂດລາສະຫະລັດ ໂດຍໄວ;  ຍູ້ແຮງການລົງທຶນໃສ່ຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະມີທ່າແຮງ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການຮ່ວມມືດ້ານທະເລ; ກ້າວໄປເຖິງການຮັບຮອງເຊິ່ງກັນ ແລະກັນກ່ຽວກັບປາດສະປໍວັກຊິນ/ໃບຢັ້ງຢືນການສັກວັກຊິນກັນໂຄວິດ-19, ສ້າງຄວາມສະດວກໃຫ້ແກ່ພົນລະເມືອງສອງປະເທດເຂົ້າ-ອອກເມືອງ ເມື່ອເງື່ອນໄຂເອື້ອອຳນວຍ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Denny Abdi  ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ. ພາບ: ກະຊວງການຕ່າງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ Denny Abdi  ເນັ້ນໜັກວ່າ ຍາມໃດ ອິນໂດເນເຊຍ ກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ເປັນສຳຄັນ;  ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບກະຊວງການຕ່າງປະເທດ ແລະອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ຂົງເຂດຮ່ວມມືທັງສອງຝ່າຍ ແລະຫຼາຍຝ່າຍຢ່າງແທດຈິງ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ຢາກພື້ນ.

ໂດຍ: ທະນາພອນ