leftcenterrightdel
ບັນດາຜູ້ແທນເຄົາລົບທຸງຊາດທີ່ພິທີສະເຫຼີມສະຫຼອງ. ພາບ: baonamdinh.com.vn.

ກ່າວຄໍາເຫັນທີ່ພິທີ, ການນໍາແຂວງນາມດິ້ງ ເນັ້ນໜັກວ່າ: ສະຫາຍ ເລດຶກເຖາະ ພະນັກງານອາວຸໂສຂອງພັກ. ຜ່ານວິວັດແຫ່ງການເຄື່ອນໄຫວປະຕິວັດທີ່ລຳບາກກາກກໍາ, ອົງອາດກ້າແກ່ນ, ຍາມໃດ ສະຫາຍ ກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າເປັນນັກເຄື່ອນໄຫວການເມືອງທີ່ມີປະສົບການ, ມີຄວາມປີຊາສາມາດຫຼາຍດ້ານ. ສະຫາຍ ເລດຶກເຖາະ ມີການອຸທິດສ່ວນຫຼາຍຢ່າງໃນຂົງເຂດຈັດຕັ້ງກໍ່ສ້າງພັກ, ມີຄວາມໝາຍສໍາຄັນ, ເຊິ່ງໄດ້ສະແດງອອກໃນຫຼາຍດ້ານ, ຈາກການຄົ້ນຄວ້າສະຫຼຸບທິດສະດີ ຕະຫຼອດຮອດການບໍາລຸງສ້າງ, ອົບຮົມ, ສັບຊ້ອນພະນັກງານ, ກໍ່ສ້າງກົງຈັກ, ລະບົບການຈັດຕັ້ງຂອງພັກ ແລະລັດ... ໂດຍຮໍ່າຮຽນ ແລະເສີມຂະຫຍາຍຈິດໃຈປະຕິວັດຂອງສະຫາຍ ເລດຶກເຖາະ, ໃນໄລຍະຜ່ານມາ, ອົງຄະນະພັກ ແລະປະຊາຊົນແຂວງນາມດິ້ງ ໄດ້ເອົາໃຈໃສ່ປັບປຸງລະບຽບການບໍລິຫານ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງເຂດ ເສດຖະກິດທະເລ; ສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນ, ສູ້ຊົນຮອດປີ 2030 ນໍາ ນາມດິ້ງ ກາຍເປັນແຂວງພັດທະນາດີຂອງປະເທດ.

ໂດຍ: ໄຊຊະນະ