ທີ່ການແລກປ່ຽນກັບຜູ້ຕາງໜ້າຄະນະຜູ້ແທນຈີນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງການເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະຈີນ ທີ່ນັບມື້ນັບມີສະຖຽນລະພາບ, ປອດໃສ, ແມ່ນປັດໄຈສຳຄັນຕໍ່ການພັດທະນາຂອງແຕ່ລະປະເທດ, ກໍ່ຄືປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມ ແລະ ຈີນ ຄວນຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງຊັບພະຍາກອນນ້ຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການພັດທະນາຂຽວ.

ເມື່ອແລກປ່ຽນກັບຜູ້ຕາງໜ້າຄະນະຜູ້ແທນສະຫະພັນລັດເຊຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ. ທ່ານປະທານປະເທດ ໄດ້ຢັ້ງຢືນສິ່ງດັ່ງກ່າວໃນການໂອ້ລົມສົນທະນາກັບທ່ານປະທານາທິບໍດີລັດເຊຍ Vladimir Putin ໃນອະທິດກ່ອນ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານລັດຖະມົນຕີຕ່າງປະເທດ ອາເມລິກາ Antony Blinken. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການແລກປ່ຽນກັບທ່ານລັດຖະມົນຕີຕ່າງປະເທດ ອາເມລິກາ Antony Blinken,  ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ໃນນັ້ນເສົາຄ້ຳຫຼັກຂອງການພົວພັນແມ່ນເສດຖະກິດ, ການຄ້າ ແລະການລົງທຶນ.

ວັນທີ 23 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການແລກປ່ຽນກັບທ່ານ Patrick Leahy ສະມາຊິກສະພາສູງ, ປະທານຜູ້ປະຈໍາການສະພາສູງອາເມລິກາ. ວັນທີ 24 ກັນຍາຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier;  ມີການພົບປະກັບພະລາຊີນີແຫ່ງໂປໂລຍ Maxima, ຜູ້ຕາງໜ້າພິເສດຂອງທ່ານເຂລາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບການເງິນ ແລະການພັດທະນາກວມລວມ; ມີການພົບປະກັບທ່ານປະທານາທິບໍດີ ເຊຍລາວີໂອນ Julius Maada Bio; ພົບປະກັບທ່ານນາງນາຍົກລັດຖະມົນຕີບັງກະລາເທດ Sheikh Hasina...

ໂດຍ: ທະນາພອນ