ໃນການສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະແດງຄວາມປິຕິຊົມຊື່ນກ່ຽວກັບໝາກຜົນການຮ່ວມມືອັນເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ ໃນເກືອບເຄິ່ງສະຕະວັດທີ່ຜ່ານມາ ນັບແຕ່ສ້າງຕັ້ງການພົວພັນທາງການທູດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບໂອຕຣິດ, ປາດຖະໜາຢາກເຮັດໃຫ້ການພົວພັນທີ່ໃກ້ຊິດສະໜິດສະໜົມ ແລະໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ Sebastian Kurz ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສໍາຄັນຂອງໂອຕຣິດ ຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານ ໄດ້ເຊີດຊູການພົວພັນຮ່ວມມືຫວຽດນາມ-ໂອຕຣິດ ແລະເນັ້ນໜັກວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການພົວພັນ.

ໃນສະພາບການທີ່ຫວຽດນາມ ແລະໂອຕຣິດ ກໍາລັງມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ (1972-2022), ສອງຝ່າຍໄດ້ເຫັນດີເຊື່ອມຕໍ່ການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງຄືນໃໝ່ໂດຍໄວ, ພິເສດແມ່ນໃນປີ 2022, ປັບປຸງກົນໄກຮ່ວມມື, ໃນນັ້ນມີຄະນະກໍາມະການປະສົມ ຫວຽດນາມ-ໂອຕຣິດ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Sebastian Kurz ນາຍົກລັດຖະມົນຕີ ໂອຕຣິດ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຮ່ວມມືປ້ອງກັນ ແລະຕ້ານພະຍາດໂຄວິດ-19, ທ່ານ ຟ້າມມິງຈີ໊ງ ສະເໜີໃຫ້ຝ່າຍ ໂອຕຣິດ ພິຈາລະນາໜູນຊ່ວຍ, ມອບໂອນວັກຊິນທີ່ຍັງເຫຼືອ, ຮ່ວມມືຖ່າຍທອດເຕັກໂນໂລຢີຜະລິດວັກຊິນ ແລະຢາປົວພະຍາດໂຄວິດ-19, ພິຈາລະນາສະໜອງອຸປະກອນການແພດໃຫ້ແກ່ຫວຽດນາມ ແລະຫວັງວ່າ ໂອຕຣິດ ມີທັດສະນະ ເພື່ອຊຸກຍູ້ໂຄແວັກ ຍູ້ໄວການແບ່ງປັນວັກຊິນໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ.

ນອກຈາກນີ້, ນາຍົກລັດຖະມົນຕີສອງທ່ານ ຍັງໄດ້ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ໂດຍເນັ້ນໜັກວ່າ ການຮັບປະກັນຄວາມເສລີໃນການເດີນທະເລ, ການບິນ, ຄວາມໝັ້ນຄົງ, ສັນຕິພາບຢູ່ທະເລຕາເວັັນອອກແມ່ນຜົນປະໂຫຍດຂອງປະຊາຄົມສາກົນ, ສະໜັບສະໜູນການແກ້ໄຂການຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.  

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ Sebastian Kurz ມາຢ້ຽມຢາມຫວຽດນາມ ໃນປີ 2022 ເນື່ອງໃນໂອກາດສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ. ທ່ານນາຍົກລັດຖະມົນຕີ Sebastian Kurz  ໄດ້ຕອບຮັບດ້ວຍຄວາມຍິນດີ.

ໂດຍ: ໄຊຊະນະ