ນີ້ແມ່ນການປະກອບສ່ວນຂອງລັດຖະບານເຢຍລະມັນ ໃຫ້ແກ່ການສັກວັກຊິນຂອງຫວຽດນາມ ໂດຍຜ່ານໂຄງການໂຄແວັກ ດ້ວຍການສົມທົບກັນຢ່າງແໜ້ນແຟ້ນກັບກອງທຶນເດັກນ້ອຍສະຫະປະຊາຊາດ (UNICEF) ແລະອົງການອະນາໄມໂລກ (WHO) ປະຈໍາ ຫວຽດນາມ ກໍ່ຄືຂອງລັດຖະບານຫວຽດນາມ. ດ້ວຍຈໍານວນວັກຊິນນີ້, ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ-19 ຜ່ານໂຄງການໂຄແວັກ ຈໍານວນ 12.578.110 ໂດສ.

leftcenterrightdel
ສົ່ງວັກຊິນເຂົ້າສາງເກັບຮັກສາ. ພາບ: ຮົ່ງຮວາ.

ທ່ານ ປອ Guido Hildner, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ຫວຽດນາມ ຢືນຢັນວ່າ: ເຢຍລະມັນ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19. ມາຮອດປະຈຸບັນ, ເຢຍລະມັນ ໄດ້ມອບວັກຊິນ AstraZeneca ໃຫ້ໂຄງການໂຄແວັກ ທັງໝົດຫຼາຍກວ່າ 8 ລ້ານໂດສ. ນອກຈາກຫວຽດນາມ ແລ້ວ, ໂມຣິຕານີ, ຕາຈິກິດສະຖານ, ຊູດັງ, ອຸຊະເບັກກິດສະຖານ ແລະ ການາ ກໍ່ຍັງໄດ້ຮັບວັກຊິນຈາກແຫຼ່ງດັ່ງກ່າວນີ້ເຊັ່ນດຽວກັນ.

ໂດຍ: ກວຽດເຕິມ