leftcenterrightdel
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Ahmad Hassen Al-Hammadi ເລຂາທິການໃຫຍ່ກະຊວງການຕ່າງປະເທດແຫ່ງລັດ ກາຕາ. ພາບ: baoquocte.vn.

ທີ່ການສົນທະນາທາງໂທລະສັບ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ບັນດາມາດຕະການເພື່ອປັບປຸງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ ໃນໄລຍະຈະມາເຖິງກວ່າອີກ, ພິເສດແມ່ນເອົາໃຈໃສ່ເປັນສຳຄັນຕໍ່ການເພີ່ມທະວີບັນດາການເຄື່ອນໄຫວພົບປະແລກ ປ່ຽນທາງອອນລາຍລະຫວ່າງການນໍາບັນດາກະຊວງ, ຂະແໜງການ; ສົມທົບກັນທີ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນຢ່າງແໜ້ນແຟ້ນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວເປັນປະຈຳ ແລະມີປະສິດທິຜົນ. ນອກນີ້, ສອງຝ່າຍ ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນທາງອອນລາຍ, ສະໜອງຂໍ້ມູນຂ່າວສານ, ການເຊື່ອມຕໍ່ວິສາຫະກິດສອງຝ່າຍ; ຍູ້ໄວ, ເຈລະຈາການລົງນາມບັນດາສັນຍາ, ຂໍ້ຕົກລົງຮ່ວມມື... ເພື່ອແນໃສ່ປັບປຸງຂອບນິຕິກໍາໃຫ້ແກ່ການຮ່ວມມືສອງຝ່າຍ.

ໂດຍ: ຈາງຫງວຽນ