leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 15 ກັນຍາ, ກອງປະຊຸມທາງໄກທົ່ວປະເທດບັນດາອົງການຮັບຜິດຊອບການເມືອງພາຍໃນ ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ເຊິ່ງໄດ້ເຊື່ອມຕໍ່ກັບບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ; ທະຫານເຂດ, ເຫຼົ່າທັບ, ເຫຼົ່າຮົບ, ກອງບັນຊາການທະຫານ ແລະບັນດາກົມກອງທຽບເທົ່າສັງກັດກະຊວງປ້ອງກັນປະເທດ. ກອງປະຊຸມຖືກດໍາເນີນດ້ວຍການເຂົ້າຮ່ວມ ແລະເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ. ນອກຈາກນັ້ນ ຍັງມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະເໜີຕ້ອງຮັບປະກັນປະຕິບັດຕາມການຊີ້ນຳ, ນຳພາຂອງພັກ ຢ່າງຮອບດ້ານ ແລະເດັດດ່ຽວສຳລັບບັນດາອົງການຮັບຜິດຊອບການເມືອງພາຍໃນເວົ້າລວມ, ຮັກສາ ແລະເພີ່ມທະວີການຊີ້ນຳ-ນຳພາໂດຍກົງ ແລະສູງສຸດໃນທຸກດ້ານຂອງພັກ ສຳລັບກຳລັງປະກອບອາວຸດເວົ້າສະເພາະ. ພິເສດ, ຕ້ອງຮັກສາກຳນົດທິດການເມືອງໃຫ້ໝັ້ນຄົງ, ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ພັກ, ລັດ ແລະລະບອບ; ຖືການປົກປັກຮັກສາ, ການປົກປ້ອງປະຊາຊົນ, ປົກຮັກຮັກສາພັກ, ລັດ ແລະລະບອບ, ປົກປ້ອງຄວາມຍຸຕິທຳ, ສິດທິມະນຸດ, ສິດພົນລະເມືອງ ເປັນເປົ້າໝາຍແຖວໜ້າເພື່ອປະຕິບັດ. ຕ້ອງໃກ້ຊິດສະໜິດສະໜົມກັບປະຊາຊົນ, ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ” ເຂົ້າໃນຈິນຕະນາການ ແລະການກະທຳ, ຍາມໃດກໍກຳນົດວ່າ ປະຊາຊົນເປັນໃຈກາງ, ເປັນເຈົ້າຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ; ຖືການດຳເນີນຊີວິດທີ່ສະຫງົບສຸກຂອງປະຊາຊົນເປັນເປົ້າໝາຍສູ້ຊົນ, ເປັນຄວາມສຸກຂອງຕົນ.

ແຫຼ່ງຄັດຈາກ: vovworld.vn