ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ, ພາກພື້ນ; ຍູ້ແຮງການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນສອງຝ່າຍຕາມທິດແທດຈິງ, ດຸນດ່ຽງ ແລະປອດໃສເມື່ອຄວບຄຸມພະຍາດໂຄວິດ-19 ໄດ້.

leftcenterrightdel
ທ່ານພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ພ້ອມກັນນັ້ນ, ແມ່ນເອົາໃຈໃສ່ຊຸກຍູ້ການສົມທົບກັນຢ່າງແທດຈິງກວ່າອີກໃນການຄຸ້ມຄອງການເຂົ້າອອກເມືອງ, ສະກັດກັ້ນຄົນໄປມາຂ້າມຊາຍແດນຜິດກົດໝາຍ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ອົງການ, ວິສາຫະກິດ, ພົນລະເມືອງຢູ່ປະເທດນີ້ດຳລົງຊີວິດ, ລົງທຶນ, ເຮັດວຽກຢູ່ປະເທດອື່ນ.

leftcenterrightdel
ທ່ານ Guo Shengkun,  ເລຂາຄະນະກຳມະການການເມືອງ ແລະກົດໝາຍສູນກາງພັກກອມມູນິດຈີນ ກ່າວຄຳເຫັນທີ່ການເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ.

ເພີ່ມທະວີການຮ່ວມມືລະຫວ່າງກຳລັງກ່ຽວຂ້ອງຂອງສອງປະເທດໃນການສະກັດກັ້ນ ແລະຕໍ່ສູ້ຕ້ານອາດຊະຍາກຳ; ຊຸກຍູ້ການເຊັນສັນຍາມອບ-ຮັບຜູ້ຖືກຕັດສິນລົງໂທດຈຳຄຸກ ລະຫວ່າງຫວຽດນາມ-ຈີນ...

ໂດຍ: ແສງເດືອນ