ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມຂອບອົກຂອບໃຈລັດຖະບານ ແລະປະຊາຊົນ ສ.ເກົາຫຼີ ທີ່ໄດ້ແບ່ງປັນ, ໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19; ຕີລາຄາສູງບັນດາວິສາຫະກິດ ສ.ເກົາຫຼີ ທີ່ພ້ອມກັບຫວຽດນາມ ຕັ້ງໜ້າປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຮັກສາການຜະລິດ, ສືບຕໍ່ລົງທຶນແບບຍາວນານຢູ່ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຮ່ວມແຮງຮ່ວມໃຈຂອງ ສ.ເກົາຫຼີ ເວົ້າລວມ ແລະວິສາຫະກິດສ.ເກົາຫຼີ ເວົ້າສະເພາະຕໍ່ກັບຫວຽດນາມ ໃນການປ້ອງກັນ ແລະຕ້ານໂລກລະບາດ.

ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບສ.ເກົາຫຼີ ແລະປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ໃນນັ້ນ, ສອງຝ່າຍເພີ່ມທະວີການແລກປ່ຽນຄະນະການທູດ ແລະພົບປະແລກປ່ຽນປະຊາຊົນ; ຊຸກຍູ້ນຳການພົວພັນດ້ານການຄ້າສອງສົ້ນໃຫ້ບັນລຸ 100 ຕື້ໂດລາສະຫະລັດ ໂດຍໄວ; ເພີ່ມທະວີການຖ່າຍທອດເຕັກໂນໂລຢີ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີສີມືດີ, ມີຄຸນນະພາບສູງໃຫ້ຫວຽດນາມ... ໃນຕໍ່ໜ້າ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ວິສາຫະກິດ ສ.ເກົາຫຼີ ມີທັດສະນະເພື່ອໃຫ້ລັດຖະບານ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດ, ໃນນັ້ນມີການໜູນຊ່ວຍວັກຊິນ ເພື່ອໃຫ້ຫວຽດນາມ ໄດ້ສັກໃຫ້ປະຊາຊົນໂດຍບໍ່ເກັບຄ່າ, ລວມທັງແຮງງານທີ່ເຮັດວຽກຢູ່ວິສາຫະກິດ ສ.ເກົາຫຼີ, ຊາວ ສ.ເກົາຫຼີ ທີ່ອາໄສຢູ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ້ງ ສະເໜີໃຫ້ຝ່າຍ ສ.ເກົາຫຼີ ສືບຕໍ່ເອົາໃຈໃສ່ເຖິງຕະຫຼາດຫວຽດນາມ, ພ້ອມກັບລັດຖະບານຫວຽດນາມ ສົ່ງເສີມການລົງທຶນ ແລະດຶງດູດໂຄງການ FDI ເຕັກໂນໂລຢີສູງ, ມີມູນຄ່າເພີ່ມ, ເພີ່ມທະວີການຮ່ວມສຳພັນ, ການເຊື່ອມຕໍ່ລະບົບຜະລິດ ແລະສະໜອງທ່ົວໂລກ; ພ້ອມທັງໜູນຊ່ວຍ, ສ້າງເງື່ອນໄຂໃຫ້ວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຫວຽດນາມ ຮ່ວມມືລົງທຶນເຂົ້າຂົງເຂດທີ່ສ. ເກົາຫຼີ ມີຄວາມຕ້ອງການເພື່ອປະກອບສ່ວນສ້າງຄວາມດຸ່ນດ່ຽງໃນການລົງທຶນ, ການຄ້າສອງຝ່າຍ.

ຕາງໜ້າອົງການການທູດ ແລະປະຊາຄົມວິສາຫະກິດ ສ.ເກົາຫຼີ ຢູ່ຫວຽດນາມ, ທ່ານ Park Noh Wan ຢ້ັງຢືນວ່າ ລັດຖະບານ ສ.ເກົາຫຼີ, ປະຊາຄົມວິສາຫະກິດສ.ເກົາຫຼີ ຢູ່ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດ, ຟ້ືນຟູພັດທະນາເສດຖະກິດ. ທ່ານ Park Noh Wan ກໍ່ແຈ້ງໃຫ້ທ່ານ ຟ້າມມິງຈິ໊ງ ຮັບຊາບວ່າ ລັດຖະບານ ສ.ເກົາຫຼີ ພວມມານະພະຍາຍາມພິຈາລະນາໜູນຊ່ວຍວັກຊິນຕື່ມອີກເພື່ອປະກອບສ່ວນຊ່ວຍ ຫວຽດນາມ ຕ້ານໂລກລະບາດໃຫ້ປະສົບຜົນສຳເລັດ.

ໂດຍ: ແສງເດືອນ