ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Sydney, ອົດສະຕາລີ ຫາກໍ່ແຈ້ງໃຫ້ຮູ້ວ່າ ພາຍຫຼັງ 1 ເດືອນ ປຸກລະດົມການຂົນຂວາຍບໍລິຈາກເງິນສະໜັບສະໜູນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ, ນັບແຕ່ວັນທີ 28 ມິຖຸນາ ຫາວັນທີ 28 ກໍລະກົດ,  ສະຖານກົງສູນໃຫຍ່ໄດ້ຮັບເງິນຈຳນວນກວ່າ 41.000 AUD (ປະມານ 650 ລ້ານດົ່ງ) ຈາກຫຼາຍອົງການ, ສະມາຄົມນັກສຶກສາ ແລະສ່ວນບຸກຄົນພວມດຳລົງຊີວິດຢູ່ລັດ New South Wales, Queensland, ອົດສະຕາລີໃຕ້...

leftcenterrightdel
ຂໍ້ມູນການປຸກລະດົມການຂົນຂວາຍບໍລິຈາກເງິນສະໜັບສະໜູນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ໄດ້ລົງຢູ່ເວັບໄຊຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Sydney. ພາບ: vovworld.vn

ວັນທີ 29 ກໍລະກົດ, ຈຳນວນເງິນດັ່ງກ່າວໄດ້ໂອນເຂົ້າບັນຊີຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ. ນອກຈາກບັນດາບ້ວງເງິນປະກອບໄດ້ສົ່ງໂດຍກົງເຖິງບັນດາອົງການເຈົ້າໜ້າທີ່ຂອງຫວຽດນາມ ແລ້ວ, ຊາວຫວຽດນາມ ອາໄສຢູ່ບັນດາລັດ ແລະເຂດແຄ້ວນໃນທົ່ວປະເທດອົດສະຕາລີ ກໍ່ມີການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດຢູ່ຫວຽດນາມ ແລະຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ.

ໂດຍ: ທະນາພອນ