ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຣູມານີ ເປັນສຳຄັນ, ຕີລາຄາສູງຕໍ່ການພັດທະນາທີ່ຕັ້ງໜ້າໃນການພົວພັນສອງປະເທດໃນຊຸມປີມໍ່ໆມານີ້. ທ່ານ ຟ້າມມີງຈິ໊ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານຣູມານີ້ ທີ່ໄດ້ມອບວັກຊິນກັນໂຄວິດ-19 Astra Zeneca 100.800 ໂດສ ໃຫ້ແກ່ ຫວຽດນາມ, ທ່ານຢັ້ງຢືນວ່າ ນີ້ແມ່ນການກະທໍາອັນສູງສົ່ງ, ສະແດງເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baochinhphu.vn.

ເນື່ອງໃນໂອກາດນີ້, ທ່ານກໍ່ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດຣູມານີ Cristina Romila ຈົ່ງສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການຂອງຫວຽດນາມ ແລະ ຣູມານີ ເພື່ອຜັນຂະຫຍາຍທິດທາງ, ມາດຕະການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດທີ່ມີທ່າແຮງບົ່ມຊ້ອນເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ...ໃຫ້ມີປະສິດທິຜົນ.

ເມື່ອແລກປ່ຽນກ່ຽວກັບບັນຫາການຮ່ວມມືສາກົນ ແລະພາກພື້ນ, ທ່ານນາຍົກລັດຖະມົນຕີ ແລະທ່ານນາງເອກອັກຄະລັດຖະທູດ ເຫັນດີເປັນເອກະພາບວ່າ ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນເວທີປາໄສຫຼາຍຝ່າຍ ແລະພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ພາກພື້ນກໍ່ຄືແກ້ໄຂການຂັດແຍ້ງກັນດ້ານອະທິປະໄຕ, ສິດອໍານາດອະທິປະໄຕ ແລະສິດອຳນາດສານໂດຍສັນຕິວິທີ, ສອດຄ່ອງກັບກົດບັດ ສປຊ ແລະສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ສ່ວນທ່ານນາງເອກອັກຄະລັດຖະທູດຣູມານີ Cristina Romila ຢັ້ງຢືນວ່າ ຈະມານະພະຍາຍາມປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນການປັບປຸງ ແລະຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫ່ວາງ ຫວຽດນາມ ແລະ ຣູມານີ ໃຫ້ຫຼາຍກວ່າອີກ.

ໂດຍ: ທະນາພອນ