ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ກວດກາຄືນວຽກງານກະກຽມໃຫ້ AMM-54 ແລະກອງປະຊຸມກ່ຽວຂ້ອງທີ່ຈະດໍາເນີນຜ່ານລະບົບທາງໄກນັບແຕ່ວັນທີ 2 ຫາວັນທີ 6 ສິງຫາ. ກອງປະຊຸມກໍ່ເນັ້ນໜັກກ່ຽວກັບຄວາມສໍາຄັນຂອງການຮ່ວມມືອະນຸພາກພື້ນໃນການຮັດແຄບຊ່ອງຫວ່າງພັດທະນາເວົ້າສະເພາະ ແລະວິວັດການສ້າງປະຊາຄົມອາຊຽນເວົ້າລວມ, ຕີລາຄາສູງ ແລະສະໜັບສະໜູນຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບການຈັດຕັ້ງເວທີປາໄສຮ່ວມມືອະນຸພາກພື້ນອາຊຽນ ໃນທ້າຍປີ 2021.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 26 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (28-7-1995 / 28-7-2021), ທ່ານ ຫງວຽນກ໊ວກຢູງ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກໃນອາຊຽນທີ່ຍາມໃດກໍ່ໜູນຊ່ວຍ, ສະໜັບສະໜູນຫວຽດນາມ ແລະຢັ້ງຢືນວ່າຫວຽດນາມ  ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບບັນດາປະເທດອາຊຽນກໍ່ສ້າງອາຊຽນໃຫ້ເຂັ້ມແຂງ ແລະຂະຫຍັນຂັນເຄື່ອນ.

ໂດຍ: ເກື່ອງດັ້ງ